Homeຂ່າວຕ່າງປະເທດປະທານາທິບໍດີຈີນໄດ້ກຽມໄປຢ້ຽມຢາມຣັດເຊຍເພື່ອຫາລືກັບປູຕິນ

ປະທານາທິບໍດີຈີນໄດ້ກຽມໄປຢ້ຽມຢາມຣັດເຊຍເພື່ອຫາລືກັບປູຕິນ

Published on

ທຳນຽບປະທານາທິບໍດີຣັດເຊຍ ຖະແຫຼງການໃນວັນທີ 17 ມີນາ ວ່າ ທ່ານ ສີ ຈິ້ນຜິງ ປະທາາທິບໍດີຈີນ ຈະເດີນທາງມາຢ້ຽມຢາມຣັດເຊຍຢ່າງເປັນທາງການໃນເວັນທີ 20-22 ມີນາ 2023 ຕາມຄຳເຊີນຂອງທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໂດຍມີແຜນຫາລືເຖິງຄວາມຮ່ວມມືລະຫວ່າງຣັດເຊຍ ແລະ ຈີນໃຫ້ເລິກເຊິ່ງຍິ່ງຂຶ້ນ.

ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວວ່າ ການຢ້ຽມຢາມຂອງປະທານາທິບໍດີ ສີ ຈິ້ນຜິງ ໃນຄັ້ງນີ້ ຈະເປັນການເດີນທາງແຫ່ງມິດຕະພາບ ຄວາມຮ່ວມມື ແລະ ສັນຕິພາບ.

ການຢ້ຽມຢາມນີ້ ກໍເພື່ອແລກປ່ຽນຄວາມຄິດເຫັນກັບປູຕິນ ກ່ຽວກັບຄວາມສຳພັນທະວີພາຄີ ແລະ ປະເດັນລະຫວ່າງປະເທດ ເພື່ອສົ່ງເສີມຄວາມຮ່ວມມືທາງຍຸດທະສາດ ທາງປະຕິບັດຂອງທັງສອງປະເທດ ແລະ ສະໜັບສະໜູນໃນກັນພັດທະນາຄວາມສຳພັນທະວີພາຄີ.

ແຫຼ່ງຂ່າວ cgtn

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...