ປາຫຼາຍລ້ານໂຕລອຍຕາຍເຕັມແມ່ນ້ຳໃນເຂດຊົນນະບົດຂອງອົດສະຕຣາລີ

0
1157

ປາຫຼາຍລ້ານໂຕລອຍຕາຍເຕັມແມ່ນ້ຳໃນເຂດຊົນນະບົດຂອງອົດສະຕຣາລີ ໂດຍເປັນຜົນຈາກຄວາມຮ້ອນທີ່ເຮັດໃຫ້ນ້ຳຂາດອົກຊີ.

ໃນຊ່ວງວັນສຸກ ທີ 17 ມີນາ 2023 ທີ່ຜ່ານມາ ປະຊາຊົນພາຍໃນເມືອງເມນິນດີ ລັດນິວເຊົ້າເວວ ຂອງອົດສະຕຣາລີ ພົບປາຕາຍຈຳນວນນັບລ້ານໂຕໃນນ້ຳດາລິງ-ບາກາ  ທາງດ້ານໜ່ວຍງານແມ່ນ້ຳຂອງລັດໄດ້ກ່າວວ່າ ເປັນຜົນມາຈາກຄື່ນຄວາມຮ້ອນ ປະຊາຊົນບອກວ່າເຫດການຄັ້ງນີ້ ເປັນເຫດການປາຕາຍຄັ້ງໃຫຍ່ທີ່ສຸດທີ່ເຄີຍເກີດຂຶ້ນໃນເມືອງນີ້ ເຊິ່ງເຄີຍເກີດຂຶ້ນໃນລັກສະນະດຽວກັນຕອນ 3 ປີກ່ອນ.

Sunlight above dead fish floating in the river

ສຳນັກງານອຸດສາຫະກຳພື້ນຖານແຫ່ງລັດນິວເຊົ້າເວວ (DPI) ໂພສຜ່ານເຟສບຸກວ່າ ຄື່ນຄວາມຮ້ອນເຮັດໃຫ້ເກີດຄວາມກົດດັນເພີ່ມຂຶ້ນໃນລະບົບແມ່ນ້ຳທີ່ເຄີຍປະສົບກັບສະພາວະຮຸນແຮງຈາກນ້ຳຖ້ວມບໍລິເວນກ້ວາງ.

ບັນຫາຄື່ນຄວາມຮ້ອນ ມັນຮຸນແຮງຂຶ້ນ ແລະ ແກ່ຍາວຫຼາຍຂຶ້ນ ເນື່ອງຈາກການປ່ຽນແປງສະພາບອາກາດທີ່ເກີດຈາກການກະທຳຂອງຄົນເຮົາ ໂດຍພົບວ່າໂລກຮ້ອນຂຶ້ນ 1,1 ອົງສາ ນັບຕັ້ງແຕ່ອຸດສາຫະກຳເລີ່ມຕົ້ນຂຶ້ນ ແລະ ອຸນຫະພູມກໍສູງຂຶ້ນເລື່ອຍໆ.

ທັ້ງນີ້ ແມ່ນ້ຳນີ້ເປັນລະບົບແມ່ນ້ຳທີ່ໃຫຍ່ທີ່ສຸດຂອງອົດສະຕຣາລີໄຫຼຜ່ານເມືອງ ແລະ ປະຊາຊົນພາຍໃນເມືອງກໍອາໄສແມ່ນ້ຳດາລິງ-ກາບາ ສຳລັບການອຸປະໂພກ ແລະ ບໍລິໂພກ ເຊັ່ນຊຳລະລ້າງ ແລະ ອາບນ້ຳ ດັ່ງນັ້ນ ປະຊາຊົນຈຶ່ງຍັງບໍ່ສາມາດໃຊ້ນ້ຳນີ້ໄດ້ເທື່ອ.

ຢ່າງໃດກໍຕາມ ລັດຖະບານກໍໄດ້ກຽມຮັບມືກັບເຫດການທີ່ເກີດຂຶ້ນ ແລະ ຄົ້ນຫາສາເຫດທີ່ແທ້ ຂອງປາຕາຍຕໍ່ໄປ.

ແຫຼ່ງຂາ່ວ ABC Australia