spot_img
Homeຂ່າວທ້ອງຖິ່ນເປີດນໍາໃຊ້ຂົວຂ້າມບຶງຫຼົ່ມໂລກ ຈຸດສຸມຕານປ່ຽວ ເມືອງຄົງເຊໂດນ.

ເປີດນໍາໃຊ້ຂົວຂ້າມບຶງຫຼົ່ມໂລກ ຈຸດສຸມຕານປ່ຽວ ເມືອງຄົງເຊໂດນ.

Published on

ພິທີເປີດນໍາໃຊ້ຂົວຂ້າມບຶງຫຼົ່ມໂລກ ຈຸດສຸມຕານປ່ຽວ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນໃນວັນທີ 16 ມີນາ 2023 ນີ້, ຢູ່ທີ່ໂຮງຮຽນມັດທະຍົມຕົ້ນຕານປ່ຽວ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ, ແຂກຖືກເຊີນ ແລະ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ພູມີ ມຸ້ງສິນ ກຳມະການພັກເມືອງ ຫົວໜ້າຊີ້ນຳຈຸດສຸມຕານປ່ຽວ ເມືອງຄົງເຊໂດນໄດ້ລາຍງານໃຫ້ຮູ້ວ່າ:ການກໍ່ສ້າງຂົວຂ້າມບຶງຫຼົ່ມໂລກຈຸດສຸມຕານປ່ຽວ, ແມ່ນໄດ້ລົງມືກໍ່ສ້າງມາແຕ່ວັນທີ 19 ເດືອນມັງກອນ ປີ2023 ມາຮອດວັນທີ 6 ເດືອນ ມີນາ ປີ2023, ການກໍ່ສ້າງແມ່ນສຳເລັດ 100%, ຂົວແຫ່ງດັ່ງກ່າວເປັນຂົວປະເພດເຮັດດ້ວຍໄມ້ຢ່າງດຽວ, ມີສູງຈາກລະດັບໜ້ານ້ຳປະມານ 2 ແມັດ, ກວ້າງ 2 ແມັດ ແລະ ມີຄວາມຍາວທັງໝົດ 180 ແມັດ, ຮູບຊົງຂອງຂົວແມ່ນມີລັກສະນະກົ່ງກາງ ແບບຂາໜ້າເກັກ, ມີຕົ້ນເສົາຂົວທັງໜົດ 242 ຕົ້ນ, ໄມ້ຂາງ 121 ເສັ້ນ,ໄມ້ຕົງ 300 ເສັ້ນ,ໄມ້ແປ້ນປູ 1000 ແຜ່ນ, ສ່ວນອຸປະກອນ ແລະ ແຮງງານໃນການເຮັດໃນຄັ້ງນີ້ແມ່ນໄດ້ມາຈາກພາກລັດ ແລະ ພໍ່ແມ່ປະຊາຊົນພາຍໃນ 3 ບ້ານຄື: ບ້ານຕານປ່ຽວ, ດ່ອນໃຜ່ບ້ານ ແລະ ບ້ານຈານລານເຊ ເປັນຜູ້ປະກອບສ່ວນ.

ສໍາລັບການກໍ່ສ້າງຂົວແຫ່ງນີ້ກໍເພື່ອເຮັດໃຫ້ການສັນຈອນໄປມາສະດວກສະບາຍເຊັ່ນ: ການໄປທຽວໄປໂຮງຮຽນຂອງນັກຮຽນ, ການຂົນສົ່ງຜົນຜະລິດຂອງພໍ່ແມ່ປະຊາຊົນ,ການໄປມາຫາສູ່ກັນຂອງພໍ່ແມ່ປະຊາຊົນ ແລະ ກິດຈະກໍາອື່ນໆ ເປັນຈຸດທ່ອງທ່ຽວແຫ່ງຫນຶ່ງທີ່ສວຍສົດງົດງາມທາງດ້ານທໍາມະຊາດໂດຍສະເພາະ ລຽບຕາມແຄມນໍ້າຈະມີຕົ້ນໄມ້ນ້ອຍໃຫຍ່ ສະຫຼັບສັບຊ້ອນກັນໄປ ພິເສດແມ່ນຕົ້ນໄຮທີ່ມີລໍາຕົ້ນເປັນເອກະລັກ ໂດດເດັ່ນ ຄືຕາມລໍາຕົ້ນ, ຕາມງ່ານ້ອຍ, ງ່າໃຫຍ່ຈະມີຢອຍຢ່າງຫຼວງຫຼາຍ ເບິ່ງແລ້ວສວຍງາມ, ເມື່ອໄດ້ສໍາຜັດຈະຮູ້ສຶກວ່າໄດ້ຮັບອາກາດສົດຊື່ນ ແລະ ຈະມີຄວາມເຢັນດີ ແລະ ຕິດພັນກັບການອະນຸລັກຊີວະນາໆ ພັນໃນຂອບເຂດບໍລິເວນແຫ່ງນີ້ໃຫ້ມີຄວາມຍືນຍົງ ແລະຫຼາຍຂຶ້ນກວ່າເກົ່າ, ເພື່ອສ້າງວຽກເຮັດງານທໍາຕິດພັນກັບການສ້າງລາຍຮັບໃຫ້ກັບພໍ່ແມ່ປະຊາຊົນໃນເຂດນີ້ ໃຫ້ມີຢູ່ມີກິນ ແລະ ຈະເລີນກ້າວຫນ້າຂຶ້ນໄປເລື້ອຍໆ

ໂອກາດນີ້ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ກໍ່ໄດ້ກ່າວເປີດພິທີນຳໄຊ້ຂົວຢ່າງເປັນທາງການ, ພ້ອມທັງໄດ້ມອບຄວາມຮັບຜິດຊອບໃຫ້ພໍ່ປະຊາຊົນພາຍໃນສາມບ້ານເປັນຜູ້ປົກປັກຮັກສາ ແລະ ນຳໄຊ້ໃຫ້ເກີດປະໂຫຍດ,ຈາກນັ້ນທ່ານກໍ່ໄດ້ມອບເງີນປະກອບສ່ວນເຂົ້າໃນການກໍ່ສ້າງຂົວຈຳນວນ 3,000,000ກີບ ແລະ ພາກສ່ວນຕ່າງໆທີ່ເຂົ້າຮ່ວມພາຍໃນງານກໍໄດ້ປະກອບສ່ວນຕື່ມອີກ, ໃນຕອນທ້າຍຂອງພິທີທ່ານປະທານ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ຮ່ວມກັນຕັດແທບຜ້າ ແລະ ລັ່ນຄ້ອງ 9 ບາດ, ພ້ອມທັງໄດ້ເລາະຊົມທີວ ທັດທຳມະຊາດຕາມແຄມບຶງ ພ້ອມທັງປ່ອຍປາລົງສູ່ທຳມະຊາດ.

ແຫຼ່ງຂ່າວ:MediaLAOS

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...