spot_img
Homeຂ່າວພາຍ​ໃນເມືອງໄຊພູທອງ ກໍາລັງປະສົບບັນຫານັກຮຽນປະລະການຮຽນ

ເມືອງໄຊພູທອງ ກໍາລັງປະສົບບັນຫານັກຮຽນປະລະການຮຽນ

Published on

​ໃນສົກຮຽນ 2023-2024 ນີ້ , ໄລ່ມາຮອດເດືອນກຸມພາຜ່ານມານີ້, ມີນັກຮຽນຊັ້ນປະຖົມສຶກສາຢູ່ພາຍໃນເມືອງໄຊພູທອງ, ແຂວງສະຫວັນນະເຂດ ປະລະການຮຽນແລ້ວ 44 ຄົນ ແລະ ຊັ້ນມັດທະຍົມສຶກສາ 50 ກວ່າຄົນ ເຊີ່ງເປັນສະຖິຕິທີ່ບໍ່ເຄີຍມີມາກ່ອນພາຍໃນເມືອງ.

​ທ່ານ ບຸນມາ ສົງວິໄລ, ເຈົ້າເມືອງໄຊພູທອງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວໃນວັນທີ 15 ມີນານີ້ ວ່າ: ອັດຕາປະລະການຢູ່ ເມືອງໄຊພູທອງ ໃນສົກຮຽນ 2023-2024 ນີ້ ຖືເປັນສະຖິຕິສູງທີ່ສຸດແບບບໍ່ເຄີຍມີມາກ່ອນ. ສາເຫດທີ່ເຮັດໃຫ້ນັກຮຽນປະລະການຮຽນ ຕົ້ນຕໍແມ່ນຍ້ອນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ, ໃນນີ້ ສະເພາະນັກຮຽນຊັ້ນມັດທະຍົມ ສ່ວນໜຶ່ງປະລະການຮຽນແລ້ວໄປຊອກເຮັດວຽກເພື່ອຫາລາຍໄດ້ຊ່ວຍຄອບຄົວ.

ສ່ວນນັກຮຽນຊັ້ນປະຖົມ ແມ່ນຜູ້ປົກຄອງໃຫ້ອອກຍ້ອນເຫັນຄວາມຫຍຸ້ງຍາກດ້ານເສດຖະກິດຄອບຄົວ. ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ທາງເມືອງໄດ້ໃຊ້ວິທີສຶກສາອົບຮົມຜູ້ປົກຄອງນັກຮຽນໃຫ້ຮັບຮູ້ ແລະ ເຂົ້າໃຈຄວາມສໍາຄັນຂອງການສຶກສາ ເພື່ອໃຫ້ເຂົາເຈົ້າເອົາລູກຫລານຕົນເອງກັບມາເຂົ້າຮຽນອີກຄັ້ງ.

​ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບສົກຮຽນ 2022-2023 ຜ່ານມາ, ທົ່ວເມືອງໄຊພູທອງ, ແຂວງສະຫວັນນະເຂດ ມີນັກຮຽນປະຖົມປະລະການຮຽນ 10 ກວ່າຄົນ ແລະ ຊັ້ນມັດທະຍົມສຶກສາ 20 ກວ່າຄົນ.

ທີ່ມາ FM90

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...