Homeຂ່າວພາຍ​ໃນລົງຕິດຕາມຜົນກະທົບຈາກໂຮງງານເມັດຢາງ

ລົງຕິດຕາມຜົນກະທົບຈາກໂຮງງານເມັດຢາງ

Published on

ໃນວັນທີ 13 ມີນາ 2023 ຜ່ານມາ, ທ່ານ ຫວານເຢັນ ນັນສູນທະວົງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມສະພາບຕົວຈິງຂອງໂຮງງານໂຊກມີໄຊ (ໂຮງງານເມັດຢາງ) ທີ່ໄດ້ສົ່ງຜົນກະທົບ (ກິ່ນຂິວຄວັນ) ເຊິ່ງອາດຈະທີ່ສົ່ງຜົນບໍ່ດີຕໍ່ສຸຂະພາບຢ່າງແຮງ ຂອງປະຊາຊົນຫລາຍຄອບຄົມໃນເຂດດັ່ງກ່າວ.

อาจเป็นรูปภาพของ 4 คน

ຕໍ່ບັນຫາດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງໄດ້ແນະນໍາໃຫ້ທາງໂຮງງານດັ່ງກ່າວ ເລັ່ງປັບປຸງແກ້ໄຂ ແລະ ຕິດຕັ້ງເຄື່ອງບຳບັດຄວັນຜ່ານນ້ຳ ຫລື ບຳບັດດ້ວຍເຕັກນິກອື່ນ ແຕ່ຮັບປະກັນບໍ່ໃຫ້ສົ່ງກິ່ນຂິວ.

ປັດຈຸບັນ, ຄະນະກໍາມະການໄດ້ສັ່ງໂຈະການດໍາເນີນກິດຈະການຜະລິດຊົ່ວຄາວຈົນກວ່າຈະສຳປັບປຸງເລັດ ແລ້ວສະເໜີຫາພາກສ່ວນກ່ຽວຂ້ອງ ລົງມາກວດກາຄືນ ເພື່ອປັບປຸງແຜນຄຸ້ມຄອງສິ່ງແວດລ້ອມ, ມາດຕະການອື່ນໆ ໃຫ້ໄດ້ຕາມມາດຕະຖານ ແລະ ຮັບປະກັນດ້ານສະພາບແວດລ້ອມ.

ไม่มีคำอธิบายรูปภาพ

ໂອກາດນີ້, ທ່ານ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ກໍໄດ້ເນັ້ນໃຫ້ໂຮງງານແກ້ໄຂຢ່າງຮີບດ່ວນ, ພາກສ່ວນທີ່ກ່ຽວຂ້ອງຕ້ອງຕິດຕາມ, ກວດກາ, ໂຮງງານກໍຕ້ອງປະຕິບັດຕາມກົດລະບຽບ, ສັນຍາ ແລະ ບົດບັນທຶກຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນອີກ ແລະ ດໍາເນີນຕາມລະບຽບກົດໝາຍ ຮັບປະກັນດ້ານຄວາມປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ແຫຼ່ງຂ່າວ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...