Homeຄວາມງາມຮູ້ຫລືບໍ່ ຄຽດ ແລ້ວເຮັດໃຫ້ ຕຸ້ຍ

ຮູ້ຫລືບໍ່ ຄຽດ ແລ້ວເຮັດໃຫ້ ຕຸ້ຍ

Published on

เครียด

ສາລະ​ພັນ​ບັນຫາ​ນັບ​ເປັນ​ນ້ຳ​ແຈ່ວ​ຂອງ​ຊີວິດ​ໃຫ້​ເຮົາ​ໄດ້​ຕໍ່ສູ້​ດິ້ນ​ຮົນ ແຕ່​ຮູ້​ຫລື​ບໍ່​ວ່າ ຍິ່ງ​ຄຽດ​ຫລາຍ​ກໍ​ຍິ່ງ ຕຸ້ຍຫລາຍ ເພາະ​ຫລາຍ​ຄົນ​ອາດ​ເຂົ້າໃຈ​ວ່າ ຄຽດ? ຈົນ​ກິນ​ບໍ່​ໄດ້​ນອນ​ບໍ່​ຫລັບ ແລ້ວ​ຄວາມ​ຄຽດ​ຈະ​ເຮັດໃຫ້ ຕຸ້ຍ ໄດ້​ແນວໃດ ມາເບິ່ງກັນເລີຍ

ທັກ​ທາຍ​ຄວາມ​ຄຽດ

ໃນ​ແຕ່​ລະ​ມື້ ເຮົາ​ທຸກ​ຄົນ​ຕ້ອງ​ປະເຊີນ​ໜ້າ​ກັບ​ຄວາມ​ຄຽດ ເຊິ່ງ​ຈະ​ຄຽດ​ຈາກ​ງານ ຈາກ​ລູກ​ ຫລື​ບັນຫາ​ອື່ນໆ ກໍ​ນັບ​ວ່າ​ເປັນ​ຄວາມ​ຄຽດ​ຢ່າງ​ໜຶ່ງ ​ທີ່​ຊ່ວຍ​ກະຕຸ້ນ​ໃຫ້​ມີ​ຄວາມ​ມຸງ​ໝັ້ນ​ທີ່​ຈະຜ່າ​ອຸປະສັກ​ຕ່າງໆ ແຕ່​ຖ້າວ່າ ​ຄວາມ​ຄຽດ​ລະ​ດັບ​ນ້ອຍໆ​ເຫລົ່າ​ນີ້ ​ເດີນ​ໜ້າ​ມາ​ຢ່າ​ງສະ​ໝໍ່າ​ສະເໝີ ແລະ​ ​ກໍ​ບໍ່​ສາມາດ​ຫາ​ທາງ​ແກ້​ໄຂ​ໄດ້ ​ຄວາມ​ຄຽດ​ນີ້​ແຫລະ​ທີ່​ຈະ​ກໍ່​ບັນຫາ​ດ້ານ​ສຸກຂະພາບ​ຕາມ​ມາ​ຕິດໆ ບໍ່​ວ່າ​ຈະ​ເປັນ​ເລື່ອງ​ຂອງ​ສຸຂະພາບ​ຈິດ​ໃຈ ສົ່ງ​ຜົນ​ຕໍ່​ຫົວ​ໃຈ ພູ​ມ​ຕ້ານ​ທານ​ຕ່ຳ ຫລື ​ແມ່ນແຕ່​ລົບກວນ​ຄວາມ​ຮູ້ສຶກ​ຢາກຫາ​ອາຫານ ເຊິ່ງ​ບາງ​ຄົນ​ເມື່ອ​ຮູ້ສຶກ​ຄຽດ​ກໍ​ຈະ​ບໍ່​ຍອມ​ກິນ​ຫຍັງ​ເລີຍ ໃນ​ຂະນະ​ທີ່​ບາງ​ຄົນ​ຈະ​ສັນ​ຫາ​ສາລະພັດ​ຂອງ​ກິນ​ມາ​ກິນ​ແກ້​ຄຽດ

ສະຫມອງ​ສັ່ງ​ຕຸ້ຍໄດ້

ເມື່ອ​ເກີດ​ຄວາມ​ຄຽດ ທຸກ​ສິ່ງ​ທຸກຢ່າງ​ຈະ​ຖືກ​ກັກ​ຕຸນ​ໄວ້​ທີ່​ສະຫມອງ ໂດຍ​​ສະຫມອງ​ທີ່​ສະຫລາດ​ຈະ​ສົ່ງ​ສັນ​ຍານ​ໄປ​ທີ່ຕ່ອມ​ ແອດ​ລິ​ນາ​ລີນ ເຊິ່ງ​ຢູ່​ກາຍ​ບໍລິເວນ​ຫມາກໄຂ່ຫລັງ​ໃຫ້​ຫລັ່ງ​ຮໍໂມນ​ຄວາມ​ຄຽດ​ຊະນິດ​ໜຶ່ງ​ອອກ​ມາ ນັ້ນ​ຄື ‘ຄໍ​ຕິ​ໂຊລ’ ທີ່​ຈະ​ສົ່ງ​ສັນ​ຍານ​ບອກ​ຈຸຸລັງໄຂ​ມັນ​ໃນ​ບໍລິເວນທ້ອງ​ໃຫ້​ສ້າງ​ໄຂ​ມັນ​ສະ​ສົມ​ເພີ່ມ​ຂຶ້ນ​ເພື່ອ​ເປັນ​ທີ່​ເກັບ​ພະລັງ​ງານ ເມື່ອ​ຖືກ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ຂອງ​ການ​ຕໍ່ສູ້ ຫລື​ ເປັນ​ກົນ​ໄກ​ໃນ​ການ​ປົກ​ປ້ອງ​ຕົນເອງ ຄື​ກັບ​ການ​ຍົກ​ຕູ້ເຢັນ​ໜີ​ໄຟ​ໄໝ້ ແຕ່​ທັງ​ນີ້​ທັງ​ນັ້ນ ສະຫມອງ​ຂອງ​ເຮົາ​ບໍ່​ສາມາດ​ແຍກ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຄວາມ​ຄຽດ​ທີ່​ເກີດ​ຈາກ​ການ​ເອົາ​ໂຕລອດ ​ແລະ​ຄວາມ​ຄຽດ​ທີ່ເກີດຂຶ້ນ​ໃນ​ທຸກ​ໆມື້ ເຊິ່ງ​ຈະ​ເຮັດໃຫ້​ຮ່າງກາຍ​ຮູ້ສຶກ​ຢາກ​ອາຫານ​ໂດຍ​ສະເພາະ​ອາຫານ​ທີ່​ເນັ້ນ​ແຄ​ລໍ​ລີ ​ແລະ ​ໄຂ​ມັນ ຈົນ​ໃນ​ທີ່ສຸດ​​ຄວາມ​ຄຽດ​ກໍ​ຈະ​ສະ​ສົມ​ໄຂ​ມັນ​ຫລາຍກວ່າ​ຄົນ​ປົກກະຕິ ຫລື ​ຄົົນທີ່​ມີ​ອາລົມດີ

ນອກ​ຈາກ​ນີ້ ຮໍໂມນ ​ຄໍ​ຕິ​ໂຊນ ​ຍັງ​ສາມາດ​ເຂົ້າໄປ​ກະຕຸ້ນ​ໃຫ້​ປະລິມານ​ຂອງ   ​ອິນ​ຊູ​ລິນ ​ແລະ ​ເລບ​ຕິນ ​ເພີ່ມ​ຂຶ້ນ ໂດຍ​ ອິນ​ຊູ​ລິນ ​ຄື​ ຮໍ​ໂມນ​ທີ່​ຖືກ​ຂັບ​ອອກ​ມາ​ໃນ​ຕັບ​ອ່ອນ ເຊິ່ງ​ຈະ​ສົ່ງ​ຜົນ​ໃຫ້​ຮູ້ສຶກ​ຢາກ​ອາຫານ​ຢູ່​ຕະຫລອດ​ເວລາ ໃນ​ຂະນະ​ທີ່ ​ເລບ​ຕິນ ​ເຊິ່ງ​ເປັນ​ຮໍໂມນ​ທີ່​ຈະ​ຄອຍຖ້າ​ບອກ​ກັບ​ສະຫມອງ​ວ່າ ເມື່ອ​ໃດ​ຈຶ່ງ​ຄວນ​ຢຸດ​ຄວາມ​ຢາກ​ອາຫານ ເມື່ອໃດ​ຈະ​ເລັ່ງ​ອັດຕາ​ການ​ເຜົາ​ຜານ​ອາຫານ ແລະ ​ເມື່ອ​ໃດ​ຮ່າງກາຍ​ຕ້ອງ​ເຜົາ​ຜານ​ໄຂ​ມັນ​ທີ່​ສະ​ສົມ​ໄວ້ ແຕ່​ເມື່ອ​ຄວາມ​ຄຽດ​ກະຕຸ້ນ​ໃຫ້​ຮູ້ສຶກ​ຢາກ​ອາຫານ​ໄຂ​ມັນ​ສູງ ຮ່າງກາຍ​ ກໍ​ຈະ​ຢຸດ​ຕອບ​ໂຕ້​ ເລບ​ຕິນ ເຊິ່ງ​ເຮັດໃຫ້​ລະບົບ​ສັ່ງ​ການ​ແປປວນ ຈຶ່ງ​ສົ່ງ​ຜົນ​ໃຫ້​ມີ​ແນວ​ໂນ້ມ​ວ່າ​ ຈະ​ກິນ​ບໍ່​ຢັ້ງ ໂດຍ​ສະເພາະ​ຊາຍ​ຍິງ​ໃນ​ໄວ​ກາງ​ຄົນ

ຫລຸດ​ຄຽດ​ ຫລຸດ​ຮູບຮ່າງ

ເມື່ອ​ຄວາມ​ຄຽດ​ຄື​ໜຶ່ງ​ໃນ​ໂຕ​ການ​ແຫ່ງ​ຄວາມ​ຢາກ​ອາຫານ ດັ່ງ​ນັ້ນ ການເຮັດ​ຈິດ​ໃຈ​ໃຫ້​ແຈ່ມ​ໃສ ເຊັ່ນ ເບິ່ງ​ຮູບເງົາ ຟັງ​ເພງ ອາດ​ເປັນ​ທາງ​ອອກ​ທີ່​ດີ​ເພື່ອ​ປິ່ນປົວ​ຮູບ​ຮ່າງ​ໃຫ້​ງາມ​ ແຕ່​ວິທີ​ທີ່​ດີ​ສຸດໆ ເພື່ອຫ​ລຸດ​ຄວາມ​ຄຽດ​ແຖມ​​ດ້ວຍ​ຮູບຮ່າງ​ງາມ​ກໍ​ຄື ປ້ອງ​ກັນ​ການ​ຫລັ່ງ​ຂອງ​ຮໍ​ໂມນ​ແຫ່ງ​ຄວາມ​ຄຽດ​ດ້ວຍ​ການ​ອອກ​ກຳ​ລັງ​ກາຍ ເພາະ​ໄລຍະ​ເວລາ​ທີ່​ອອກ​ກຳ​ລັງ​ກາຍ​ ຮ່າງກາຍ​ຈະ​ຜະລິດ​ສານ​ເອັນ​ໂດນ​ຟິນ ເຊິ່ງ​ຈະ​ຊ່ວຍ​ສະ​ກັດ​ການ​ຫລັ່ງ​ ຮໍ​ໂມນ​ຄໍ​ຕິ​ໂຊນ ໂດຍ​ການ​ອອກ​ກຳ​ລັງ​ກາຍ​ນັ້ນ ກໍ​ຄວນ​ເປັນ​ໄປ​ໃນ​ລັກສະນະ​ຂອງ​ການເຮັດ​ເປັນ​ປະຈຳ ຄື​ຢ່າງ​ນ້ອຍ​ອາທິດ​ລະ 3 ເທື່ອ ເທື່ອ​ລະ​ປະ​ມານ 30 ​ 40 ນາທີ

ນອກ​ຈາກ​ນີ້ ການ​ຮັບປະທານ​ອາຫານ​ທີ່​ມີ​ປະໂຫຍດ ແລະ ​ເພີ່ມ​ພູນ​ຄວາມ​ສຸກ​ດ້ວຍ ຖົ່ວ ກ້ວຍ ນົມ​ສົດ ກໍ​ເປັນ​ອີກ​ວິທີ​ທີ່​ຄວນ​ເຮັດ​ຄວບຄູ່​ໄປ​ກັບ​ການ​ປັບ​ອາລົມ​ໃຫ້​ເຂົ້າໃຈ​ເຖິງ​ສິ່ງ​ເຮັດໃຫ້​ຄຽດ ເພາະ​ຖ້າ​ເຮົາ​ສາມາດ​ແກ້​ໄຂ​ຈຸດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຄຽດ​ໄດ້ ເຊິ່ງ​ນັ້ນ​ໝາຍ​ເຖິງ​ວ່າ ຄວາມ​ຄຽດ​ບໍ່ແມ່ນ​ບັນຫາ​ໃຫຍ່ ແລະ ​ຮູບຮ່າງ​ງົດງາມ ກໍ​ຈະ​ຢູ່​ກັບ​ເຮົາ​ຕະຫລອດ​ໄປ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...