spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທ ຈັບແຮງງານ ເຂົ້າເມືອງຜິດກົດໝາຍ 5 ຄົນ

ເຈົ້າໜ້າທີ່ໄທ ຈັບແຮງງານ ເຂົ້າເມືອງຜິດກົດໝາຍ 5 ຄົນ

Published on

ວັນທີ 7 ມີນາ 2023 ຜ່ານມາ, ດ່ານຕຳຫລວດກວດຄົນເຂົ້າເມືອງ ມຸກດາຫານ ປະເທດໄທ ໄດ້ກວດຈັບແຮງງານ ເຂົ້າເມືອງຜິດກົດໝາຍ 5 ຄົນ ເຊິ່ງທັງໝົດຖືພາສປອດທີ່ສາມາດຢູ່ໄທໄດ້ 30 ມື້ ແຕ່ເອົາໂຕຫລົບໜີບໍ່ມາລາຍງານໂຕຈົນຮອດຢູ່ເກີນເຖິງ 2.689 ວັນ.

ການກະທຳດັ່ງກ່າວ ເປັນຄວາມຜິດຂໍ້ຫາ “ເປັນຄົນຕ່າງດ້າວ ອາໄສຢູ່ໃນຣາຊະອານາຈັກໄທໂດຍການອະນຸຍາດສິ້ນສຸດ ຫລື ໝົດອາຍຸອາອາໄສຢູ່ປະເທດໄທ” ຕາມຣາຊະບັນຍັດ ຈຶ່ງໄດ້ທຳການຈັບກຸມ ພ້ອມບັນທຶກ ແລະ ນຳຕົວຜູ້ຕ້ອງຫາທັງ 5 ຄົນ ສົ່ງໃຫ້ພະນັກງານສອບສວນ ເມືອງມຸກດາຫານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ສ່ວນຂໍ້ມູນກ່ຽວກັບຕົວຕົນບຸກຄົນ ແມ່ນບໍ່ໄດ້ມີການລາຍງານ ເຊິ່ງອາຈະມີການປະສານງານເຖິງເຈົ້າໜ້າທີ່ທາງການລາວໂດຍກົງ.

ທີ່ມາ: All in lao

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...