spot_img
Homeຂ່າວພາຍ​ໃນສັງຄົມລາວຊ່ວຍເຫຼືອເດັກນ້ອຍຖືກມັດໃສ່ກັບລົດຈັກ

ສັງຄົມລາວຊ່ວຍເຫຼືອເດັກນ້ອຍຖືກມັດໃສ່ກັບລົດຈັກ

Published on

ຈາກເຫດການທີ່ບ້ານ​ພູ​ຫົວ​ຊ້າງ​ ເມືອງ​ອານຸ​ວົງ​ ແຂວງໄຊສົມບູນ ເດັກນ້ອຍຖືກມັດຕິດກັບລົດຈັກໃນວັນທີ 6 ມີນາ 2023 ຈົນເຮັດໃຫ້ສື່ສັງຄົມອອນລາຍ ພ້ອມກັບປະຊາຊົນໃກ້ຄຽງ ມີສຽງວິພາກວິຈານຕໍ່ຜູ້ທີ່ກະທຳວ່າມັນບໍ່ເໝາະສົມ ແລະ ເປັນການກະທຳທີ່ຮຸນແຮງຕໍ່ເດັກນ້ອຍເກີນໄປ.

ຈາກນັ້ນ ກໍໄດ້ມີຫຼາຍຄົນ ທີ່ຮັບຮູ້ເຫດການ ພ້ອມພຽງກັນເຂົ້າມາຊ່ວຍເຫຼືອ ດ້ວຍການມອບທຶນການສຶກສາ ແລະ ມອບເງິນຊ່ວຍເຫຼືອຈຳນວນໜຶ່ງໃຫ້ແກ່ເດັກ ແລະ ຄອບຄົວຂອງເດັກນ້ອຍ.

ໃນວັນທີ 7 ມີນາ ໄດ້ມີຜູ້ໃຊ້ບັນຊີເຟສບຸກຊື່ Lsv Pharasouvanno ຜູ້ອຳນວຍການ ວິທະຍາໄລສອນພິທັກລາວ ໄດ້ໃຫ້ການຊວ່ຍເຫຼືອກໍຄື ມອບທຶນການສືກສາແກ່ ເດັກນ້ອຍທີ່ຖືກມັດ ເມື່ອຈົບຊັ້ນມໍປາຍ ໃຫ້ລາວໄດ້ເລືອກຮຽນໄດ້ຟຣີຕະຫຼອດ 3ປີ ໃນ 3 ສາຂາ ຄື ສາຂາພັດທະນາໂປຣແກຼມເມີ ສາຂາການເງີນການກວດສອບບັນຊີ ແລະ ສາຂາພາສາອັງກິດທຸລະກິດ.

อาจเป็นรูปภาพของ 11 คน, ผู้คนกำลังยืน และ สถานที่ในร่ม

ຕໍ່ເຫດການທີ່ເກີດຂຶ້ນເຮັດໃຫ້ຮູ້ໄດ້ວ່າ ສັງຄົມລາວມີນ້ຳໃຈ ແລະ ພ້ອມທີ່ຈະຊ່ວຍເຫຼືອຜູ້ທີ່ປະສົບໄພ ຫຼື ຜູ້ທີ່ເດືອດຮ້ອນຢູ່ສະເໝີ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...