spot_img
Homeຂ່າວການພັດທະນາຍີ່ປຸ່ນທົດລອງເປີດໂຮງຮຽນສອນຫຼິ້ນເກມທີ່ມີການແຂ່ງຂັນ E-Sport

ຍີ່ປຸ່ນທົດລອງເປີດໂຮງຮຽນສອນຫຼິ້ນເກມທີ່ມີການແຂ່ງຂັນ E-Sport

Published on

ຍີ່ປຸ່ນ ທົດລອງເປີດໂຮງຮຽນໃນຮ່ອມຊິບຸຢ່າ ນະຄອນຫຼວງໂຕກຽວ ທີ່ມຸ່ງເນັ້ນຄວາມສຳຄັນແກ່ເດັກນັກຮຽນທີ່ບໍ່ມັກເຂົ້າສັງຄົມ ຫຼື ມີພຶດຕິກຳສົນໃຈການຫຼິ້ນເກມຫຼາຍກວ່າເຮັດສິ່ງອື່ນໆ.

ທັ້ງນີ້ຮູບແບບຂອງໂຮງຮຽນດັ່ງກ່າວຈະຕ່າງຈາກໂຮງຮຽນທົ່ວໄປຂອງຍີ່ປຸ່ນ ນັກຮຽນບໍ່ຈຳເປັນຕ້ອງໃສ່ຊຸດນັກຮຽນ ການຮຽນເລີ່ມສອນ 10:00 ໂມງ ສອນໃນວັນຈັນ ພຸດ ສຸກ ຈະເນັ້ນການຮຽນໃຫ້ຫຼິ້ນເກມ ທີ່ມີການແຂ່ງຂັນອີສະປອດ E-Sport ສື່ດັງຕ່າງໆ ແລະ ການແລກປ່ຽນຄວາມຄິດເຫັນ ວິເຄາະຈຸດແຂັງຂອງຕົວລະຄອນໃນເກມ ຂະນະທີ່ວັນອັງຄານ ແລະ ວັນພະຫັດ ຈະເນັ້ນຫຼັກສູດການຮຽນທົ່ວໄປຕາມກະຊວງສຶກສາທິການ ຄື ຄະນິດສາດ ຊີວະວິທະຍາ ພາສາອັງກິດ ແລະ ອື່ນໆ.

ຈຸດປະສົງກໍເພື່ອ ຢາກໃຫ້ເດັກນ້ອຍຮັບຮູ້ວ່າໂຮງຮຽນເປັນສະຖານທີ່ມີຄວາມສຸກ ແລະ ມີປະໂຫຍດຕໍ່ອະນາຄົດ ທັ້ງນີ້ ຍີ່ປຸ່ນບໍ່ພຽງແຕ່ເປີດກວ້າງສຳລັບນັກຫຼິ້ນເກມມືອາຊີບ ແຕ່ຍັງສາມາດຕໍ່ຍອດໃນສາຍອື່ນໆເຊັ່ນ ນັກຂຽນໂປຣແກຣມ ດີໄຊເນີເກມ.

ແຫຼ່ງຂ່າວ The NewYork Times

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...