spot_img
Homeຂ່າວພາຍ​ໃນປກສ ແຂວງບໍລິຄໍາໄຊ ຍຶດຢາບ້າໄດ້ 2.612.738 ເມັດ

ປກສ ແຂວງບໍລິຄໍາໄຊ ຍຶດຢາບ້າໄດ້ 2.612.738 ເມັດ

Published on

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຫ້ອງຕຳຫຼວດ ປະຈຳປີ 2022 ແລະ ທິດທາງແຜນການ ຈຸດສຸມ ປີ 2023 ໂດຍການເປັນປະທານຂອງ ພັອ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຫົວໜ້າຫ້ອງຕໍາຫຼວດ, ເຂົ້າຮ່ວມໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະຫ້ອງ, ຄະນະພະແນກ, ປກສ ເມືອງ, ຕະຫລອດຮອດນາຍແລະ ພົນຕຳຫຼວດເຂົ້າຮ່ວມ.

ພັນໂທ ພັດທະນາ ວົງຄຳສີ ຮອງຫົວໜ້າຫ້ອງຕຳຫຼວດ ຜ່ານບົດສະຫຼຸບວຽກງານ 1 ປີຜ່ານມາວ່າ: ໄດ້ເຄື່ອນໄຫວວຽກງານວິຊາສະເພາະຢ່າງຕັ້ງໜ້າໃນການສະກັດກັ້ນ-ຕ້ານທຸກປະກົດການຫຍໍ້ທໍ້ ໃນສັງຄົມເປັນຕົ້ນ: ບັນຫາຢາເສບຕິດ, ຄາດຕະກຳ, ຊີງຊັບ, ປຸ້ນຊັບ, ລັກຊັບ, ຍັກຍອກ, ສໍ້ໂກງ, ໜີ້ສີນ, ທຳລາຍສີ່ງແວດລ້ອມ, ອຸບັດຕິເຫດ, ອັກຄີໄພ, ອາດຊະຍາກຳທາງເອເລັກໂຕນິກຄອມພິວເຕີ, ຄ້າ-ຂາຍເຖື່ອນ ແລະ ອື່ນໆ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ບັນຫາທີ່ພົນເດັ່ນແມ່ນການແຜ່ລະບາດຂອງຢາເສບຕິດຊະນິດໃໝ່ເຊັ່ນ: ກາເຟປະສົບສານເສບຕິດ, ປຸມເປົ້າອັດແກັດໄນຕັດອອ໋ດຊາຍ, ຢາສູບໄຟຟ້າ, ນ້ຳກະທ້ອມ, ຄໍລະເຈນ, ແລະ ອື່ນໆ ທີ່ກຳລັງແຜ່ລະບາດໃນກຸ່ມຄົນທຸກເພດທຸກໄວ, ພວກເຂົາມົ້ວສຸມໃນສະຖານທີ່ບັນເທີງ, ຮ້ານອາຫານ, ຄາລາໂອເກະ, ງານສ້າງສັນ, ງານລ້ຽງ ແລະ ງານດອງ, ເຊິ່ງສ້າງຄວາມເສຍຫາຍທາງດ້ານວັດຖຸ, ຊັບສີນ, ຊິວິດ, ສຸຂະພາບ, ເຊິ່ງໄດ້ສ້າງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ໃນໄລຍະ1ປີຜ່ານມາໄດ້ນຳພາເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໃນນີ້, ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 335 ເລື່ອງ, ຈັບຜູ້ຖືກຫາ 450 ຄົນ, ຕ່າງປະເທດ 3 ຄົນ, ຍຶດຢາເສບຕິດປະເພດຄັນຊາ 7,448 ກິໂລກາມ, ຕົ້ນຄັນຊາ 106 ກິໂລກາມ, ຢາບ້າ 2.612.738 ເມັດ, ກາເຟຊອງ 779 ຊອງ, ເຮໂລອິນ 88 ແທ່ງເທົ່າກັບ 35,5 ກິໂລກາມ, ຢາໄອສ 110 ກິໂລກາມ, ຢາອີ 196 ເມັດ, ຝິ່ນ 0,5 ກິໂລກາມ, ປືນ 20 ກະບອກ ( ປືນແກັບ 15 ກະບອກ, ປືນປະດິດ 05 ກະບອກ ), ລົດຈັກ 45 ຄັນ, ລົດໃຫ່ຍ 22 ຄັນ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...