spot_img
Homeຂ່າວຕ່າງປະເທດຈີນອອກນະໂຍບາຍ ລາພັກແຕ່ງດອງໄດ້ 30 ມື້ ເພື່ອເພີ່ມປະຊາກອນໃນປະເທດ

ຈີນອອກນະໂຍບາຍ ລາພັກແຕ່ງດອງໄດ້ 30 ມື້ ເພື່ອເພີ່ມປະຊາກອນໃນປະເທດ

Published on

ໂດຍປົກກະຕິແລ້ວ ການພັກວຽກເພື່ອແຕ່ງດອງ ແລະ ຍັງໄດ້ຮັບຄ່າຈ້າງຢູ່ ຈະມີໄລຍະເວລາຂັ້ນຕ່ຳຄື 3 ມື້ ແຕ່ເດືອນກຸມພາເປັນຕົ້ນໄປ ແຂວງຕ່າງໆຂອງຈີນ ສາມາດກຳນົດໄລຍະເວລາໃຫ້ຫຼາຍກວ່ານີ້ໄດ້.

ຕາມການລາຍງານຂອງ  People’s Daily Health ລາຍງານວ່າ: ແຂວງການຊູ ແລະ ແຂວງຊານຊີ ຂອງປະເທດຈີນ ກຳນົດໃຫ້ພະນັກງານສາມາດພັກວຽກເພື່ອໄປແຕ່ງດດອງໄດ້ 30 ມື້ ຂະນະທີ່ຊ່ຽງໄຮ້ໃຫ້ເວລາ 10 ມື້ ແລະ ເສສວນ ຍັງໃຫ້ 3 ມື້.

ການເພີ່ມມື້ພັກວຽກແຕ່ງດອງ ເປັນໜຶ່ງໃນວິທີເພີ່ມອັດຕາການຂະຫຍາຍຕົວຂອງປະຊາກອນ ແຕ່ການເພີ່ມມື້ພັກວຽກ ເກີດຂຶ້ນແຕ່ໃນບາງແຂວງ ແລະ ບາງເມືອງ ທີ່ມີການພັດທະນາເສດຖະກິດທີ່ຊ້າ.

ນີ້ຖືເປັນສິ່ງທີ່ມີຄວາມຈຳເປັນຕ້ອງຟ້າວດຳເນີນການຢ່າງຮີບດ່ວນ ລວມເຖິງນະໂຍບາຍສະໜັບສະໜູນອື່ນໆ ທັງເງິນອຸດໜູນ ດ້ານທີ່ຢູ່ອາໄສ ແລະ ການພັກວຽກເພື່ອລ້ຽງລູກ ໂດຍຍັງໄດ້ຮັບຄ່າຈ້າງ (ສຳລັບຜູ້ຊາຍ).

ທັ້ງນີ້ ປີທີ່ຜ່ານມາ ປະຊາກອນຈີນຫຼຸດລົງ 850.000 ຄົນ ເຊິ່ງມັນຈະສົ່ງຜົນກະທົບຕໍ່ໂລກ ແລະ ເສດຖະກິດ ຈີນຈຶ່ງຕ້ອງພະຍາຍາມເພີ່ມອັດຕາການເກີດຂອງຄົນໃນປະເທດ.

ແຫຼ່ງຂ່າວ abc australia news

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...