spot_img
Homeຂ່າວພາຍ​ໃນເຂົ້າຊື້ພັນທະບັດງວດທີ 2 ໄດ້ຄິວອັນດັບຕົ້ນໆ ກໍຍັງບໍ່ສາມາດຊື້ໄດ້

ເຂົ້າຊື້ພັນທະບັດງວດທີ 2 ໄດ້ຄິວອັນດັບຕົ້ນໆ ກໍຍັງບໍ່ສາມາດຊື້ໄດ້

Published on

ມື້ທຳອິດທີ່ມີການຂາຍພັນທະບັດງວດທີ 2 ຫຼື ຄັ້ງທີ 2 ໃຫ້ແກ່ມວນຊົນ ທັ້ງນີ້ກໍເພື່ອເປັນການຈັດຕັ້ງນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.

ວັນທີ 28 ກຸມພາ 2023 ພາຍຫຼັງທີ່ໄດ້ມີການເປີດຂາຍພັນທະບັດ ງວດທີ 2 ກໍໄດ້ຜົນຕອບຮັບເປັນຢ່າງດີ ໂດຍສະເພາະບັນດາ ພໍ່ແມ່ ປະຊາຊົນ ພໍ່ຄ້າຊາວຂາຍ ບັນດາພະນັກງານ ຕ່າງກໍໄດ້ກຽມອອກໄປທະນາຄານຕັ້ງແຕ່ເຊົ້າເພື່ອທີ່ຈະລໍຖ້າຊື້ພັນທະບັດຈຳນວນຫຼາຍ, ຢ່າງໃດກໍຕາມ ຍັງພົບຫາງສຽງຈາກປະຊາຊົນຫຼາຍຄົນ ທີ່ໄດ້ຄິວອັນດັບຕົ້ນໆ ກໍຍັງບໍ່ສາມາດຊື້ພັນທະບັດໄດ້.

ໂດຍມີຜູ້ໃຊ້ເຟສບຸກຊື່ Soutsakhone Polsena ອອກມາລາຍງານຜ່ານເຟສບຸກວ່າ: ໄດ້ມາລໍຖ້າເພື່ອຊື້ພັນທະບັດທີ່ທະນາຄານ ຕັ້ງແຕ່ 7:30 ນາທີ ພາຍຫຼັງທີ່ທະນາຄານໄດ້ເປີດໃຫ້ບໍລິການ ຕົນກໍໄດ້ເຂົ້າໄປເປັນຄົນທຳອິດ ແລະ ກໍໄດ້ລົງຊື່ຜູ້ກ່ຽວເປັນຄົນທຳອິດເຊັ່ນກັນ ຕໍ່ມາໃນເວລາ 8:30 ນາທີ ທາງທະນາຄານກໍໄດ້ອອກມາບອກວ່າ “ພັນທະບັດໄດ້ໝົດແລ້ວ”.

ເຈ້ຍລາຍຊື່ ຄິວຜູ້ຈະໄດ້ຊື້ພັນທະບັດ

ນອກນີ້ ກໍຍັງມີຜູ້ໃຊ້ເຟສບຸກຊື່ Olay Keokhumphavanh ອອກມາລາຍງານຄືກັນວ່າ: “ມາແຕ່ 8 ໂມງ ທະນາຄານຍັງບໍ່ເປີດ ກົດບັດຄິວໄດ້ຄົນທີ 3 ພາຍຫຼັງທີ່ ຍື່ນເອກະສານຄົບ ທະນະຄານແຈ້ງລະບົບຫຼົ່ມ ຕໍ່ມາເວລາ 9:20 ນາທີ ທະນາຄານກໍແຈ້ງວ່າພັນທະບັດໝົດ ເຊິ່ງຄົນມາຊື້ກໍບໍ່ໄດ້ພັນທະບັດຈັກຄົນ.

ສະນັ້ນ ຈຶ່ງມີຫາງສຽງອອກມາວ່າ ເປັນຫຍັງທັ້ງທີ່ຫາກໍເປີດຂາຍ ພັດທະບັດຄືໝົດແລ້ວ ໂດຍສະເພາະຜູ້ທີ່ໄດ້ຄິວເປັນຜູ້ອັນດັບຕົ້ນໆທີ່ສາມາດເຂົ້າຊື້ພັນທະບັດໄດ້ ແຕ່ກໍຍັງບໍ່ສາມາດຊື້ພັນທະບັດໄດ້.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...