spot_img
Homeຂ່າວຕ່າງປະເທດແຂ້ຍາວ 3 ແມັດ ຂຶ້ນມາທຳຮ້າຍປ້າຄົນໜຶ່ງຈົນເສຍຊີວິດ

ແຂ້ຍາວ 3 ແມັດ ຂຶ້ນມາທຳຮ້າຍປ້າຄົນໜຶ່ງຈົນເສຍຊີວິດ

Published on

ປ້າ ອາຍຸ 85 ປີ ໃນລັດຟໍລິດາ ພາໝາໄປຍ່າງຫຼິ້ນໃກ້ແຄມນ້ຳແຫ່ງໜຶ່ງ ກ່ອນທີ່ມີແຂ້ອອກມາໂຈມຕີຈົນເສຍຊີວິດ.

ໃນວັນທີ 20 ກຸມພາ 2023 ປ້າ ອາຍຸ 85 ປີ ພາໝາຂອງລາວໄປຍ່າງຫຼິ້ນແຄມນ້ຳ ໃນຊຸມຊົນສະເປນິສ ເລັກ ແຟເວສ໌ ໃນເມືອງຟອດ ພຽດສ໌ ກ່ອນທີ່ແຂ້ໂຕໜຶ່ງ ຂະໜາດ 3 ແມັດ ອອກມາໂຈມຕີລາວຈົນເສຍຊີວິດ ແລ້ວລາກລົງໄປນ້ຳ.

ປະຊາຊົນໃກ້ຄຽງທີ່ພົບເຫັນເຫດການ ບອກກັບສື່ທ້ອງຖິ່ນວ່າ ໂຕແຂ້ໂພ່ຂຶ້ນມາຈາກນ້ຳແລ້ວໂຈມຕີກັບໝາ ປ້າຄົນນີ້ຈຶ່ງພະຍາຍາມດຶງໝາອອກໄປ ເຮັດໃຫ້ແຂ້ຫັນມາໂຈມຕີປ້າຄົນນີ້ແທນ.

ຕໍ່ມາເຈົ້າໜ້າທີ່ຈຶ່ງມາຄົ້ນຫາແຂ້ໂຕນີ້ຈົນພົບ ແລະ ຈັບມັນ ພ້ອມກັບເກັບກູ້ຮ່າງຜູ້ເສຍຊີວິດຂຶ້ນມາ.

ທັ້ງນີ້ ການທີ່ໂຕແຂ້ມາທຳຮ້າຍເກີດຂຶ້ນບໍ່ຫຼາຍ ນັບຕັ້ງແຕ່ປີ 1948 ເກີດເຫດແຂ້ທຳຮ້າຍຄົນ ໂດຍບໍ່ມີການໄປກວນມັນກ່ອນ ໃນລັດນີ້ມີ 422 ຄັ້ງ ໃນນັ້ນ ເສຍຊີວິດ 26 ຄົນ.

ແຫຼ່ງຂ່າວ yahoo news

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...