Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ 1,55 ເຮັກຕາ.​

ເຈົ້າໜ້າທີ່ ທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ 1,55 ເຮັກຕາ.​

Published on

ກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີສະກັດກັ້ນ ຕ້ານຢາເສບຕິດ, ການປູກຝິ່ນ, ປູກຄັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດປະເພດຕ່າງໆ ໄປພ້ອມໆກັບການລົງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021 – 2023.

ດັ່ງນັ້ນ, ມາໃນວັນທີ 20 ກຸມພາ 2023 ນີ້, ເຈົ້າໜ້າທີ່ ປກສ ເມືອງບຸນເໜືອໄດ້ສົມທົບກັບ ກອງບັນຊາການ ທະຫານ ເມືອງບຸນເໜືອ ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກໃນພື້ນທີ່ ບ້ານ ນໍ້າກາງ ເມືອງບຸນເໜືອ ເຊິ່ງນໍາໂດຍ ພັທ ປອ ຖາວອນ ຈິດຕະນົນ ຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງ ບຸນເໜືອ, ມີ ພັທ ບຸນຈັນ ທະໄລຄໍາ ຫົວໜ້າກອງບັນຊາການ ທະຫານ ເມືອງບຸນເໜືອ ພ້ອມດ້ວຍກໍາລັງ ປກຊ-ປກສ ຈໍານວນ 30 ກ່ວາຄົນ. ຜ່ານການລົງຕິດຕາມກວດກາຂອງເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ໃນພຶ້ນທີ່ບ້ານນໍ້າກາງ ສາມາດພົບເຫັນປະຊາຊົນຈຳນວນໜື່ງຍັງມີການລັກລອບປູກຝິ່ນ ຈຳນວນ 10 ຕອນ ມີເນື້ອທີ 1,55 ເຮັກຕາ. ດັ່ງນັ້ນ, ຈຶ່ງໄດ້ພ້ອມກັນລົງທຳລາຍຖິ້ມ ດ້ອຍວິທີການໃຊ້ໄມ້ຟາດ, ເອົາພ້າຖ່າງຕົ້ນ, ດອກ, ໝາກ ແລະ ຫຼົກຕົ້ນອ່ອນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສາມາດເກັບກູ້ຜົນຜະລິດ ແລະ ແກນຝິ່ນໄປເປັນແນວພັນ.

ໄປພ້ອມໆກັນ ຍັງໄດ້ສຶກສາອົບຮົມ ອໍານາດການປົກຄອງບ້ານ ແລະ ໂຄສະນາເຜີຍແຜ່ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ ເປັນຕົ້ນແມ່ນຢາຝິ່ນ ເຊິ່ງເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຕ່າງໆ ທີ່ຜິດກົດໝາຍ ແລະ ເກືອດຫ້າມ. ສະນັ້ນ.ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...