spot_img
Homeຂ່າວພາຍ​ໃນປກສ ແຂວງບໍ່ແກ້ວ ທຳລາຍສວນຝິ່ນ 9 ສວນທີ່ປະຊາຊົນລັກລອບປູກ

ປກສ ແຂວງບໍ່ແກ້ວ ທຳລາຍສວນຝິ່ນ 9 ສວນທີ່ປະຊາຊົນລັກລອບປູກ

Published on

ວັນທີ 16-17 ກຸມພາ 2023 ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ, ກອງບັນຊາການ ປກສ-ປກຊ ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ລົງທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກຢູ່ເຂດລ້ອງພະບາດຊາຍແດນລະຫວ່າງ ເມືອງເມິງ ກັບ ເມືອງຕົ້ນເຜິ້ງ ເຊິ່ງໄດ້ພົບເຫັນສ່ວນຝິ່ນທັງໝົດ ຈໍານວນ 9 ສວນ ມີເນື້ອທີທັງໝົດ 3,5 ເຮັກຕາ ແຕ່ບໍ່ພົບເຫັນເຈົ້າຂອງສວນ.

อาจเป็นรูปภาพของ 14 คน, ผู้คนกำลังยืน และ กลางแจ้ง

ດັ່ງນັ້ນ ທາງທີມງານຈິ່ງໄດ້ພາກັນທໍາລາຍສວນຝິ່ນ ແລະ ຕູບພັກເຊົ່າ ທີ່ຕັ້ງຢູ່ພາຍໃນສວນນັ້ນຖີ້ມ ໂດຍການນໍາພາຂອງ ສະຫາຍ ພັຕ ຄໍາເງິນ ສອນປະດິດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ.

อาจเป็นรูปภาพของ ดอกไม้ และ ธรรมชาติ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...