spot_img
Homeຂ່າວຕ່າງປະເທດເສືອຊີຕາເດີນທາງຮອດອິນເດຍເພື່ອຂະຫຍາຍສາຍພັນ

ເສືອຊີຕາເດີນທາງຮອດອິນເດຍເພື່ອຂະຫຍາຍສາຍພັນ

Published on

ໂຄງການອະນຸລັກ “ເສືອຊີຕາ” ໃນອິນເດຍລາຍງານວ່າ ເສືອຊີຕາ ຈາກອາຟຣິກາໃຕ້ປະມານ 12 ໂຕ ເດີນທາງຮອດອິນເດຍແລ້ວ ພາຍຫຼັງລັດຖະບານນາມິເບຍ ໄດ້ສົ່ງເສືອຊີຕາ 8 ໂຕໃຫ້ອິນເດຍເພື່ອຂະຫຍາຍສາຍພັນ ໃນປີ 2030.

Cheetahs return to India after decades of extinction | CNN

ລາຍງານໄດ້ລະບຸວ່າ ວັນທີ 18 ກຸມພາ 2023 ເສືອຊີຕາເພດແມ່ 5 ໂຕ ແລະ ເພດຜູ້ 7 ໂຕ ຈາກອຸທະຍານແຫ່ງຊາດອາຟຣິກາໃຕ້ ເດີນທາງຮອດອິນເດຍ ຕາມຂໍ້ຕົກລົງທີ່ອາຟຣິກາໃຕ້ ລົງນາມໃນເດືອນມັງກອນ ທີ່ຜ່ານມາ ວ່າຈະສົ່ງເສືອຊີຕາຫຼາຍສິບໂຕໃຫ້ແກ່ອິນເດຍໃນຊ່ວງເວລາ 10 ປີ ໂດຍການນຳເຂົ້າເສືອແມ່ນໄດ້ກັກໂຕປະມານ 1 ເດືອນຕາມກົດໝາຍນຳເຂົ້າສັດ.

ເສືອຊີຕາສາຍພັນອາຊີ ທີ່ສູນພັນໄປຈາກອິນເດຍໃນ 80 ປີກ່ອນ ເພາະຖືກລ່າ ແລະ ສູນເສຍທີ່ຢູ່ອາໄສ ເຮັດໃຫ້ທາງການອິນເດຍ ສືບຕໍ່ໂຄງການເພີ່ມປະຊາກອນເສືອຊີຕາໃນປະເທດ ໂດຍໃນປີ 2020 ສານສູງອິນເດຍອະນຸຍາດໃຫ້ນຳເຂົ້າເສືອຊີຕາສາຍພັນອາຟຣິກາໄດ້ ໂດຍຕ້ອງໃຫ້ຢູ່ໃນເຂດທີ່ກຳນົດ.

ກ່ອນໜ້ານີ້ ເສືອທັງ 12 ໂຕ ໄດ້ຢູ່ໃນເຂດກັກກັນໃນອາຟຣິກາຕັ້ງແຕ່ເດືອນກໍລະກົດ ປີກາຍນີ້ ແຕ່ການເຄື່ອນຍ້າຍຊ້າມາຫຼາຍເດືອນ ເພາະຂໍ້ຕົກລົງຂັ້ນຕອນສຸດທ້າຍລະຫວ່າງປະເທດລ້າຊ້າເຮັດໃຫ້ຜູ້ຊ່ຽວຊານດ້ານສັດປ່າຢ້ານວ່າ ກັກເສືອເປັນເວລາດົນສົ່ງຜົນຕໍ່ສຸຂະພາບເສືອ.

ແຫຼ່ງຂ່າວ cnn

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...