spot_img
Homeຄວາມງາມເຄື່ອ​ງ​ສຳ​ອາງ​ອັນໃດ ຄວນເກັບ​ໃນ​ຕູ້​ເຢັນ​ດີ

ເຄື່ອ​ງ​ສຳ​ອາງ​ອັນໃດ ຄວນເກັບ​ໃນ​ຕູ້​ເຢັນ​ດີ

Published on

27_20130904175116.

    ທ່ານ​ຜູ້​ຍິງຫລາຍ​ຄົນຄົງ​ມີ​ເຄື່ອງ​ສຳ​ອາງ​ບໍ່​ນ້ອຍ​ກວ່າ 5 ອັນ​ເປັນ​ແນ່​ນອນ ແຕ່​ການ ​ເກັບ​ເຄື່ອງ​ສຳ​ອາງ​ໃຫ້​ມີ​ອາ​ຍຸ​ຍືນຍາວ ເຈົ້າ​ຮູ້​ບໍ​ວ່າ​ເຄື່ອງ​ສຳ​ອາງ​ອັນ​ໃດ​ຄວນ​ເກັບ​ໄວ້​ໃນ​ຕູ້​ເຢັນ​ດີ ບໍ່​ຕ້ອງ​ເກັບ​ເຄື່ອງ​ສຳ​ອາງ​ທຸກ​ຢ່າງ​ໄວ້​ໃນ​ຕູ້​ເຢັນ​ດອກແຕ່ ​ເຄື່ອງ​ສຳ​ອາງ​ພວກ​ນີ້​ຖ້າ​ເກັບ​ໄວ້​ໃນ​ຕູ້​ເຢັນ​ກໍ​ຈະ​ຊ່ວຍ​ຍືດ​ອາ​ຍຸ ​ແລະ​ ເພີ່ມ​ປະ​ສິດ​ທິ​ພາບ​ການ​ໃຊ້​ໄດ້​
1. ຄີມ​ທາ​ຜິວ​ໜ້າ: ມອຍ​ເຈີ​ໄລ​ເຊີ​ເຢັນ​ໆ ຊ່ວຍ​ໃຫ້​ເຈົ້າ​ຮູ້ສຶກ​ດີ​ຂຶ້ນ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ເຈົ້າ​ມີ​ບັນຫາເລື່ອງ​ຮອຍ​ແດງ​ເທິງ​ໃບ​ໜ້າຄີມ​ເຢັນ​ໆ ຈະ​ຊ່ວຍ​ເຮັດໃຫ້​ເສັ້ນ​ເລືອດ (ທີ່​ສ້າງ​ບັນຫາ​ຮອຍ​ແດງ) ຫົດ​ຕົວ​ໄດ້​ທັນ​ທີ
2. ຢາ​ທາ​ເລັບ: ອຸນຫະພູມ​ເຢັນ​ໆ ຈະ​ເຮັດໃຫ້​ເນື້ອ​ຢາ​ທາ​ເລັບ​ບາງ​ລົງ ຈຶ່ງ​ຊ່ວຍ​ໃຫ້​ທາ​ໄດ້​ງ່າຍ ​ແລະ​ລຽບ​ນຽນ​ຂຶ້ນ ແຖມ​ຍັງ​ແຫ້ງ​ໄວ​ຂຶ້ນ​ ນອກ​ຈາກ​ນີ້ ຍັງມີ​ອາ​ຍຸ​ການ​ໃຊ້​ງານ​ຍາວນານ​ຂຶ້ນ​ອີກ​ດ້ວຍ ເນື່ອງ​ຈາກ​ຄວາມ​ຮ້ອນ​ມັກ​ຈະ​ເຮັດໃຫ້​ເນື້ອ​ຢາ​ທາ​ເລັບ​ແຍກ​ຕົວ​ ແລະ​ ໝົດ​ອາ​ຍຸ​ງ່າຍ
3. ນ້ຳ​ຫອມ: ອຸນຫະພູມ​ຄວາມ​ຮ້ອນ​ອາດ​ເຮັດໃຫ້​ນ້ຳ​ຫອມ​ມີ​ອາ​ຍຸ​ຢູ່​ໄດ້​ພຽງ​ປີ​ດຽວ ຫລັງ​ຈາກ​ນັ້ນ​ກໍ​ຈະ​ມີ​ກິ່ນ​ປ່ຽນ​ໄປ ແຕ່​ຖ້າ​ເຈົ້າ​ແຊ່​ໄວ້​ໃນ​ຕູ້​ເຢັນ ກໍ​ຈະ​ຊ່ວຍ​ຍືດ​ໄປ​ໄດ້​ເຖິງ​ຫ້າ​ປີ ແຖມ​ຕອນ​ສີດ​ຍັງ​ຊ່ວຍ​ໃຫ້​ຮູ້ສຶກ​ເຢັນ​ດີ​

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...