spot_img
Homeຂ່າວພາຍ​ໃນນັກສຶກສາສາວຍັກຍອກເງິນທັດສະນະສຶກສາຫຼາຍກວ່າ 200 ລ້ານກີບ

ນັກສຶກສາສາວຍັກຍອກເງິນທັດສະນະສຶກສາຫຼາຍກວ່າ 200 ລ້ານກີບ

Published on

ຖືວ່າເປັນປະເດັນທີ່ກຳລັງເປັນກະແສໃນສັງຄົມ ເມື່ອນັກສຶກສາທີ່ມະຫາວິທະຍາໄລແຫ່ງໜຶ່ງ ຕ່າງພາກັນກຽມພ້ອມທີ່ຈະໄປທັດສະນະສຶກສາທີ່ຕ່າງແຕ່ ແຕ່ຜົນປາກົດວ່າເງິນທີ່ສັງລວມເພື່ອຈ່າຍຄ່າໃຊ້ຈ່າຍຕ່າງໆນັ້ນ ໄດ້ຖືກຍັກຍອກໄປແລ້ວ.

ຈາກການສອບຖາມຂອງນັກສຶກສາພາຍໃນນັ້ນ ໄດ້ໃຫ້ຮູ້ວ່າ: ໃນວັນພຸດ ທີ 15 ກຸມພາ ທີ່ຜ່ານມາ ກໍຄືກ່ອນມື້ໄປທັດສະນະພຽງ 1 ມື້ ມີອາຈານແຈ້ງເຂົ້າກຸ່ມຫ້ອງຮຽນວ່າ  “ພົບບັນຫາທີ່ເກີດຂຶ້ນກັບການໄປທັດສະນະ ໂດຍນັກສຶກສາຜູ້ທີ່ຮັບຜິດຊອບຄ່າລົດ ບໍ່ໄດ້ຈ່າຍຄ່າລົດ ແລະ ຜູ້ກ່ຽວບໍ່ມີເງິນຄ່າຈ່າຍແລ້ວ, ຖ້າບໍ່ໄດ້ໄປທັດສະນະມື້ອື່ນ ແມ່ນນັກສຶກສາຕ້ອງໄດ້ເກັບຄືນຄ່າລົດ 550.000 ກີບ ພ້ອມກັບຄ່າປັບໃໝຕ່າງໆ, ຖ້ານັກສຶກສາໄປ ມີແຕ່ຕ້ອງຈ່າຍຄືນສ່ວນຄ່າລົດ 550.000 ກີບ”.

“ສ່ວນຜູ້ທີ່ຍັກຍອກເງິນໄປ ແມ່ນຈະໄດ້ໃຊ້ກົດລະບຽບ ກົດໝາຍ ທວງຄືນກັບຜູ້ກ່ຽວ ເມື່ອໄດ້ແລ້ວຈະຈ່າຍໃຫ້ນັກສຶກສາໃນພາຍຫຼັງ”.

ໂດຍກ່ອນໜ້ານີ້ ຜູ້ກ່ຽວກໍໄດ້ປອມແປງ ບິນການໂອນເງິນ ຈຳນວນ 25 ລ້ານ ແລະ 40 ລ້ານ ເພື່ອສົ່ງໃຫ້ອາຈານໄດ້ຊາບວ່າໂອນຈ່າຍຄ່າລົດໄປທັດສະນະແລ້ວ.

ເມື່ອໃຫ້ຮອດມື້ໄປທັດສະນະ ທາງອາຈານກໍໄດ້ເປັນຄົນໂທຖາມລົດໂດຍສານທີ່ຈະໄປທັດສະນະ ເພື່ອກຽມພ້ອມ ຫຼັງຈາກນັ້ນຈຶ່ງໄດ້ຮູ້ຄວາມຈິງວ່າຜູ້ກ່ຽວບໍ່ໄດ້ຈ່າຍ ແລະ ບິນການໂອນເງິນນັ້ນ ກໍເປັນບິນປອມທີ່ຜູ້ກ່ຽວໄດ້ປອງແປງຂຶ້ນມາ.

ເມື່ອສັງລວມຈຳນວນເງິນທັງໝົດແລ້ວມີປະມານ 260 ລ້ານກີບ ທີ່ຖືກຍັກຍອກໄປ.

ຈາກປະເດັນດັ່ງກ່າວ ເຮັດໃຫ້ນັກສຶກສາຈຳນວນຫຼາຍບໍ່ພໍໃຈ ແລະ ສັງຄົມອອນລາຍກໍຕັ້ງຄຳຖາມວ່າ: ເປັນຫຍັງຄືໃຫ້ນັກສຶກສາເປັນຄົນເກັບກຳເງິນຈຳນວນຫຼາຍແບບນີ້?

ແລະເປັນຫຍັງຕ້ອງໄດ້ຈ່າຍຄ່າປັບໃໝໃຫ້ແກ່ລົດໂດຍສານຕື່ມອີກ?

ໃນຄວາມຮັບຜິດຊອບນີ້ ຄວນເປັນອາຈານ ແລະ ຄະນະຕ້ອງຮັບຜິດຊອບຫຼືບໍ່??

ປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂບັນຫານີ້ໄດ້ ພ້ອມກັບຕິດຕາມວ່າເລື່ອງຈະຈົບໃນແບບໃດ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...