spot_img
Homeຂ່າວຕ່າງປະເທດສະຫຼອງວັນຄ້າຍວັນເກີດ ອາຍຸ 80 ປີ ລ້ຽງຟຣີໝົດແຂວງ

ສະຫຼອງວັນຄ້າຍວັນເກີດ ອາຍຸ 80 ປີ ລ້ຽງຟຣີໝົດແຂວງ

Published on

ເຈົ້າຂອງໂຮງໂມ້ຫິນ ທີ່ປະເທດໄທ ສະຫຼອງວັນຄ້າຍວັນເກີດ ອາຍຸ 80 ປີ ລ້ຽງຟຣີໝົດແຂວງ ສ້າງທຸລະກິດຈາກຕົ້ນທຶນ 2.000 ບາດສູ່ ທຸລະກິດພັນລ້ານບາດ.

ฮอต! เลี้ยงฟรีทั้งจังหวัด 'เสี่ยโรงโม่' ฉลองวันเกิด ผู้ว่าฯนายก อบจ.แห่ร่วม

ໃນວັນທີ 7 ກຸມພາ 2023 ທີ່ໂຮງໂມ້ຫິນ ທີ່ແຂວງຕຣາດ ປະເທດໄທ ເຈົ້າຂອງໂຮງໂມ້ຫິນ ພ້ອມພະນັກງານ ແລະ ຄອບຄົວ ຮ່ວມຈັດງານສະຫຼອງຄົບຮອບວັນເກີດອາຍຸ 80 ປີ ໂດຍມີຜູ້ຮ່ວມງານ 1.200 ຄົນ.

ฮอต! เลี้ยงฟรีทั้งจังหวัด 'เสี่ยโรงโม่' ฉลองวันเกิด ผู้ว่าฯนายก อบจ.แห่ร่วม

ໃນງານດັ່ງກ່າວໄດ້ເຊີນແຂກມາຈຳນວນຫຼາຍ ພ້ອມທັງມີພິທີ ມີການຮັບປະທານອາຫານແບບໂຕະຈີນ ແລະ ຍັງມີການສະແດງດົນຕີອີກດ້ວຍ ໂດຍຜູ້ເຂົ້າຮ່ວມບໍ່ຕ້ອງເສຍເງິນ ແຕ່ກໍມີຜູ້ຮ່ວມງານນຳເອົາຂອງຂວັນຕ່າງໆມາມອບໃຫ້ອີກດ້ວຍ.

ການຈັດງານນີ້ ເຈົ້າຂອງວ່າໄດ້ເສຍຄ່າໃຊ້ຈ່າຍໃນການຈັດການຕ່າງໆ ເປັນຈຳນວນເງິນກວ່າລ້ານບາດ ເພື່ອສ້າງຄວາມສຸກໃຫ້ແກ່ສັງຄົມ.

ແຫຼ່ງຂ່າວ bangkokbiznews

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...