spot_img
Homeຂ່າວພາຍ​ໃນໃນປີ 2022 ມີຄົນເສຍຊີວິດຈາກອຸບັດຕິເຫດ 900 ກວ່າຄົນ

ໃນປີ 2022 ມີຄົນເສຍຊີວິດຈາກອຸບັດຕິເຫດ 900 ກວ່າຄົນ

Published on

ໃນປີ 2022 ຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 6.440 ຄັ້ງ, ທຽບໃສ່ປີ 2021 ເພີ່ມຂຶ້ນ 864 ຄັ້ງເທົ່າກັບ 15,49%, ມີພະຫະນະເປ່ເພ 11.358 ຄັນ, ໄດ້ຮັບບາດເຈັບ 10.132 ຄົນ, ເສຍຊິວິດ 947 ຄົນ (ເພີ່ມຂຶ້ນ 116 ຄົນ), ໃນນີ້ ສະເພາະນະຄອນຫຼວງວຽງຈັນ ມີອຸປະຕິເຫດ 1.092 ຄັ້ງ (ເພີ່ມຂຶ້ນ 239 ຄັ້ງ).

ກອງປະຊຸມສະຫຼຸບວຽກງານຕຳຫຼວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 9 ກຸມພາ 2023, ພົຈວ ນິລະວົງ ເຈືອງຕະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ສະພາບອຸບັດຕິເຫດໃນ 1 ປີຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 6.440 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂື້ນ 864 ຄັ້ງ ເທົ່າກັບ 15,49%), ມີພາຫະນະເປ່ເພ 11.358 ຄັນ, ຄົນໄດ້ຮັບບາດເຈັບ 10.132 ຄົນ, ຄົນເສຍຊີວິດ 947 ຄົນ (ທຽບໃສ່ປີ 2021 ຄົນເສຍຊີວິດເພີ່ມຂື້ນ 116 ຄົນ ເທົ່າກັບ 13,95%). ສະເພາະນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.092 ຄັ້ງ (ທຽບໃສ່ປີ 2021 ເພີ່ມຂື້ນ 239 ຄັ້ງ ເທົ່າກັບ 28,01%), ພາຫະນະເປ່ເພ 2.058 ຄັນ, ຄົນໄດ້ຮັບບາດເຈັບ 1.232 ຄົນ, ຄົນເສຍຊີວິດ 183 ຄົນ (ທຽບໃສ່ປີ 2021 ເພີ່ມຂື້ນ 22 ຄົນ ເທົ່າກັບ 13,66%). ສະເພາະຢູ່ທາງດ່ວນ (ນະຄອນຫຼວງວຽງຈັນ-ເມືອງວັງວຽງ) ມີອຸບັດຕິເຫດເກີດຂື້ນທັງໝົດ 47 ຄັ້ງ, ພາ ຫະນະເປ່ເພ 66 ຄັນ, ຄົນໄດ້ຮັບບາດເຈັບ 51 ຄົນ, ຄົນເສຍຊີວິດ 2 ຄົນ.

ແນວໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແມ່ນໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໃນນີ້ ໄດ້ເອົາໃຈໃສ່ລົງກວດກາການສັນຈອນຕາມເສັ້ນທາງຫຼວງ ເພື່ອຈັບຄວາມໄວ, ກວດກາທາດເຫຼົ້າ, ຂົນສົ່ງສິນຄ້າຜູ້ໂດຍສານເກີນ ໄດ້ 3.678 ຄັ້ງ ກວດພົບຜູ້ລ່ວງລະເມີດ 71.589 ຄົນ ຍິງ 19.256 ຄົນ, ສຶກສາອົບຮົມນັກຂັບຂີ່ 58.322 ຄົນ ຍິງ 15,458 ຄົນ ແລະ ໄດ້ສຸມໃສ່ດຳເນີນຄະດີ ອຸບັດຕິເຫດ ທັງໝົດ 5.825 ລາຍ, ສາມາດດຳເນີນແກ້ໄຂຄະດີອຸບັດຕິເຫດໄດ້ 5,215 ລາຍ ເທົ່າກັບ 93,42% ແລະ ໄດ້ຄຸ້ມຄອງ ແລະ ຕິດປ້າຍລົດ ທົ່ວປະເທດໄດ້ 115.930 ຄັນ, ນະຄອນຫຼວງວຽງຈັນ 50.258 ຄັນ ແລະ ໄດ້ຈັດຕັ້ງກຳລັງວິຊາສະເພາະເຂົ້າປ້ອງກັນ, ເປີດທາງຮັບໃຊ້ການນຳພັກ-ລັດຂັ້ນສູງ, ວັນບຸນສຳຄັນຂອງພັກ-ຂອງຊາດ ແລະ ກອງປະຊຸມໃຫຍ່ທັງພາຍໃນ ແລະ ຕ່າງປະເທດໄດ້ 184 ຄັ້ງ.

ແຫຼ່ງຂ່າວຈາກ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...