spot_img
Homeຂ່າວຕ່າງປະເທດຢາສູບໄຟຟ້າຜິດກົດໝາຍໃນປະເທດໄທ

ຢາສູບໄຟຟ້າຜິດກົດໝາຍໃນປະເທດໄທ

Published on

ຢາສູບໄຟຟ້າ ກໍເປັນຢາສູບທີ່ເຮັດຂຶ້ນຈາກອຸປະກອນບັນຈຸແບັດເຕີລີ່ ທີ່ຈະສົ່ງຜ່ານນິໂຄຕິນໄປຫາຜູ້ສູບ.

ໂດຍຈາກກໍລະນີ ດາລາສາວໄຕ້ຫວັນ ອັນ ວີ່ສິງ ໄດ້ເດີນທາງມາທ່ຽວປະເທດໄທ ແລະ ໄດ້ພົກພາຢາສູບໄຟຟ້າມາ ແຕ່ໄດ້ຖືກປັບໄໝ 27.000 ບາດ ໂດຍບໍ່ອອກໃບສັ່ງປັບໄໝຂໍ້ຫາຫຍັງ ຍ້ອນແນວນີ້ຈຶ່ງເຮັດໃຫ້ສັງຄົມ ແລະ ນັກທ່ອງທ່ຽວທີ່ມາທ່ຽວໃນໄທ ສົງໄສວ່າ “ຢາສູບໄຟຟ້າ” ຜິດກົດໝາຍ ຫຼື ບໍ່.

ທັ້ງນີ້ກໍຍັງພົບນັກທ່ອງທ່ຽວຜູ້ອື່ນທີ່ຖືກກໍລະນີດຽວກັນນີ້ ນຳໃຊ້ຢາສູບໄຟຟ້າ ເພາະພວກເຂົາຄິດວ່າ ໃນປະເທດໄທໄດ້ເຮັດໃຫ້ກັນຊາຖືກກົດໝາຍ ແລ້ວກໍຄິດວ່າຢາສູບໄຟຟ້າກໍຖືກກົດໝາຍເຊັ່ນກັນ ແລະ ກໍຍັງພົບເຫັນຢາສູບໄຟຟ້າຂາຍຕາມຕະຫຼາດທົ່ວໄປອີກດ້ວຍ.

ໃນປະເທດໄທ ກະຊວງສາທາລະນະສຸກ ໄດ້ມີມາດຕະການຫ້າມນຳ “ຢາສູບໄຟຟ້າ” ເຂົ້າມາຈຳໜ່າຍໃນປະເທດໂດຍໃຊ້ກົດໝາຍ 3 ຂໍ້ຄື:

  • ພລບ ຄວບຄຸມຜະລິດຕະພັນຢາສູບ ປີ 1992 ມາດຕາ 10 ເລື່ອງຫ້າມຜະລິດ ນຳເຂົ້າ ເພື່ອຂາຍ ຫຼື ແຈກຈ່າຍ ເປັນການທົ່ວໄປ ຫຼື ໂຄສະນາສິນຄ້າທີ່ມີລັກສະນະ ທີ່ເຮັດໃຫ້ເຂົ້າໃຈວ່າເປັນສິ່ງຮຽນແບບຢາສູບ ມີໂທດປັບໄໝບໍ່ເກີນ 20,000 ບາດ.
  • ພລບ ຢາ ປີ 1967 ມາດຕາ 12 ຫ້າມຜູ້ໃດຜະລິດ ຂາຍ ຫຼື ນຳ ຫຼື ສັ່ງເຂົ້າມາໃນປະເທດໄທ ເວັ້ນແຕ່ໄດ້ຮັບອະນຸຍາດ ຖ້າຝ່າຝືນມີໂທດຈຳຄຸກ 5 ປີ ແລະ ປັບໄໝບໍ່ເກີນ 10.000 ບາດ ແລະ ມາດຕະການ 72 ຫ້າມຜູ້ໃດຜະລິດຂາຍ ຫຼື ນຳເຂົ້າຢາທີ່ບໍ່ໄດ້ຂຶ້ນທະບຽນຕຳລັບຢາ ມາໃນປະເທດໄທ ຝ່າຝືນມີໂທດຈຳຄຸກບໍ່ເກີນ 5 ປີ ແລະ ປັບໄໝບໍ່ເກີນ 20.000 ບາດ.
  • ພລບ ສູນລະກາກອນ ປີ 1967 ມາດຕາ 27 ຜູ້ໃດທີ່ນຳສິ່ງຂອງທີ່ບໍ່ໄດ້ເສຍພາສີ ຫຼື ສິ່ງຂອງຕ້ອງຈຳກັດ ຫຼື ຂອງຕ້ອງຫ້າມ ຫຼື ນຳມາຍັງບໍ່ຜ່ານສູນລະກາກອນຢ່າງຖືກຕ້ອງ ເຂົ້າມາໃນປະເທດໄທ ຄວາມຜິດຄັ້ງ 1 ມີໂທດປັບໄໝເປັນເງິນ 4 ເທົ່າຂອງລາຄາ ເຊິ່ງໄດ້ລວມຄ່າອາກອນເຂົ້າແລ້ວ ຫຼື ຈຳຄຸກບໍ່ເກີນ 10 ປີ.

ຂໍ້ມູນຈາກ amarintv

ບົດຄວາມຫຼ້າສຸດ

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ,...

ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12 ໂມງ 00

ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະໃນລະດັບປານກາງຢູ່ບາງທ້ອງຖິ່ນພ້ອມມີລົມ ພັດແຮງເປັນບາງໂອກາດ. ພ້ອມດຽວກັນນີ້, ໃນເວລາ 7:00 ໂມງ ສະພາບລະດັບນໍ້າສາຂາ ເຊັ່ນ:...

ກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11...

ມອບ-ຮັບເຂົ້າສານຈ້າວ 100 ກວ່າໂຕນ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງຫຼວງນໍ້າທາ

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ,ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ...