spot_img
Homeຂ່າວຕ່າງປະເທດໝາທີ່ອາຍຸຫຼາຍທີ່ສຸດໃນໂລກ

ໝາທີ່ອາຍຸຫຼາຍທີ່ສຸດໃນໂລກ

Published on

ອີງຕາມການລາຍງານຂອງ Guinness world records ໄດ້ບັນທຶກ ​ຫມາ​ທີ່​ອາ​ຍຸ​ສູງ​ສຸດ​ຂອງ​ໂລກ ທີ່ມີຊີວິດຢູ່ ແລະ ມັນຍັງເປັນໝາທີ່ອາຍຸແກ່ທີ່ສຸດ ຕັ້ງແຕ່ເຄີຍມີມາ ໂດຍ​ມີ​ອາ​ຍຸ​ສູງ​ສຸດ 30 ປີ 267 ມື້ ແລະ ມັນມີຊື່ວ່າໂບບີ້.

ເຄັດລັບທີ່ໂບບີ້ ມີອາຍຸຢືນແບບນີ້ ອາດເປັນນຳການໄດ້ຢູ່ແບບອິດສະຫຼະ ລວມເຖິງການກິນອາຫານທີ່ໄດ້ຮັບການໃສ່ໃຈຂອງເຈົ້າຂອງ ແລະ ການໄດ້ພົບປະກັບໝາໂຕອື່ນ.

ເຊິ່ງຕາມປົກກະຕິແລ້ວໝາພັນນີ້ມີອາຍຸສະເລ່ຍພຽງແຕ່ 12 ຫາ 14 ປີເທົ່ານັ້ນ ແຕ່ ໂບບີ້ ມີອາຍຸທີ່ເກີນສະເລ່ຍເຖິງ 2 ເທົ່າໂດຍມັນອາໃສ່ຢູ່ກັບເຈົ້າຂອງໃນ ເມືອງໄຣເລຍ ພາກກາງຂອງປອກຕຸຍການ
ທີ່ມາຈາກ: Guinness world records

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...