spot_img
Homeຂ່າວພາຍ​ໃນບັນຫາຄູອາສາ ສອນມາ 9 ປີ ບໍ່ໄດ້ບັນຈຸເຂົ້າລັດຖະກອນ

ບັນຫາຄູອາສາ ສອນມາ 9 ປີ ບໍ່ໄດ້ບັນຈຸເຂົ້າລັດຖະກອນ

Published on

ບັນຫາຄູອາສາທີ່ເຮັດວຽກສອນມາດົນນານ ແຕ່ຍັງບໍ່ໄດ້ເຂົ້າລັດຖະກອນ.

ຈາກຜູ້ໃຊ້ເຟສບຸກຊື່ “ດາວັນ ຂາຍເຄື່ອງອອນລາຍ” ໄດ້ໂພສວ່າ:

ຝາກຊ່ວຍກົດໄລ້ແຊແດ່ເດີທຸກຄົນ ບາງທີມີຜູ້ໃຈບຸນເພິ່ນຢາກຊ່ວຍເຫຼືອຕໍ່ເປັນທຶນຮອນເພື່ອສູ້ຊີວິດຕໍ່ໄປ

ໂລກນີ້ໂຫດຮ້າຍເກີນນໍຄືບໍ່ຍຸດຕິທຳກັບຂ້ອຍເເທ້ເດຮຽນມາ 5 ປີຈົບປະລິນຍາຕີໂຄດວ່າທຸກແລ້ວ ຈົບມາເຮັດວຽກທຸກ 10 ເທົ່າ ສອນບໍ່ໄດ້ເງິນຈັກເທື່ອມີແຕ່ລໍໆອົດທົນບອກໃຈໂຕເອງມາຕະຫຼອດ.

ຈົນມາຮອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບແຕ່ອາຊີບສູ້ກັບບໍ່ໄຫວຖອຍອອກມາຈາກອາຊີບຄູ, ບາງທີອາຊີບອື່ນອາດເໝາະສົມກັບເຮົາກ່ອນນີ້, ເຄີຍມີຄວາມຄິດຢາກຮຽນສູງໆຈົບມາມີເງິນເດືອນໃຫ້ແມ່ເອຶ້ອຍນ້ອງພູມໃຈລູກຂໍໂທດເດແມ່ເອຶ້ອຍນ້ອງ

ຄິດວ່າຊິສູ້ຕໍ່ແຕ່ໜັກເກີນກຳລັງ, ຄິດໃນໃຈວ່າຖ້າໄດ້ລັດຖະກອນມື້ໃດເງິນກ້ອນແລກຊິບໍ່ໃຊ້ຊິໃຫ້ແມ່ເອຶ້ອຍນ້ອງຜູ້ທຸກນຳຜູ້ຊຸກຍູ້ເຮົາຮຽນ, ສຸດທ້າຍກະໄປບໍ່ຮອດຝັ່ງຝັນ, ລູກຂໍໂທດເດີແມ່ເອຶ້ອຍນ້ອງທຸກຄົນ

ສູ້ບໍ່ໄຫວອີຫຼີສະພາບແວດລ້ອມຄູ່ມື້ແມ່ນໃຊ້ແຕ່ເງິນ, ເຮົາບໍ່ມີເວລາຫາເງິນມີແຕ່ເວລາໄປສອນເບິດມື້ເບິດເດືອນບໍ່ໄດ້ເງິນເດືອນ, ຂະໜາດພະນັກງານມີເງິນເດືອນເງິນອອກຊ້າມື້ 1-2 ຍັງຮ້ອງໂອຍໆ ບາດທີ່ເຮົາຄູອາສາ 9 ປີເງິນເດືອນບໍ່ອອກ, ເວລາມີງານຈັດງານເກັບເງິນກັນກະວ່າຄູອາສາກະເກັບເດີສາມະຄີ.

ຄິດໄດ້ແນວໃດວ່າສາມະຄີເງິນເດືອນບໍ່ມີຈັກກີບບໍ່ເຫັນໃຈກັນແດ່ນໍເຫັນຜັກຫອມຫ້ຽນແຄມທາງຢ່າຟ້າວຢ່ຳບາດປີ້ນປົ່ງໃບຍັງຊິໄດ້ໃສ່ລາບກ້ອຍດອກນາ, ເຮົາສູ້ມາຮອດຈຸດນີ້ໃຜວ່າຂ້ອຍບໍ່ເກັ່ງກະຢ່າຂ້ອຍສູ້ສຸດແລ້ວດິ້ນລົ້ນທຸກຢ່າງໃຫ້ມີຄືໝູ່ເສື້ອຜ້າເຄື່ອງຂອງຕັດໄໝ່ໃສ່ຊຸດໄໝ່ ດິ້ນລົນຫາເງິນໄປນຳສອນໄປນຳຍ້ອນຢາກໄດ້ມີຄືໝູ່, ໝູ່ໃສຊຸດໝ່ເຮົາກະໄໝ່ຄືກັນ.

ເມື່ອຍດິ້ນລົນຂໍລາມາເປັນນາຍໂຕເອງບາດນິ ສອນໄປວັນໆແບບບໍ່ມີຄວາມຫວັງສ່ຳງົມເຂັ້ມໃນທະເລ ສຸດທ້າຍຈຳເປັນຕ້ອງໄດ້ຖອຍອອກມາຍ້ອນເຮົາຄົນຈົນເງິນນ້ອຍສອນຫຼາຍປີສ່ຳໃດກະບໍ່ໄດ້ລັດຖະກອນ, ບາດລູກເຈົ້າລູກນາຍມານຳຫຼັງດັງກ່ອນໄດ້ລັດຖະກອນ.

ໂລກນີ້ຕັ້ງລຳອ່ຽງນໍ, ຖ້າໂລກນີ້ເປັນແບບນີ້ປະເທດຊາດບ້ານເມືອງຊິຈະເລີນກ້າວໜ້າແນວໃດ ແຕ່ລະປີຕ້ອງມີພະນັກງານຄູອາສາດີໆເຮັດດ້ວຍໃຈຕັ້ງໃຈສອນໄປໂດຍບໍ່ຫວັງສິ່ງຕອບແທນ ,ສູ້ຈົນເບິດແຮງແຕ່ກະສູ້ລູກເຈົ້າຫຼານນາຍບໍ່ໄດ້ ພັກລັດຕັ້ງບໍ່ເຫັນໃຈຜູ້ເງິນນ້ອຍນໍ.

ເຫັນແຕ່ຜູ້ມີອຳນາດມີເສັ້ນມີສາຍຈົບມາລະໄດ້ບັນຈຸລັດຖະກອນໂລດ, ເຮົາຜູ້ຄົນຈົນຮຽນມາກະໃຊ້ເງິນຫຼາຍລ້ານຄືກັນກັບລູກເຈົ້າຫຼານນາຍຫະແລະ ບໍ່ໄດໃຊ້ໃບໄມ້ຮຽນດອກກ່ວາຊິຈົບແມ່ຂາຍງົວ ຄວາຍເບິດເປັນຄອກ, ຕົ້ນໄມ້ໄຮ່ນາຮົ້ວສ່ວນຂາຍເບິດເພື່ອໃຫ້ລູກໄດ້ຮ່ຳຮຽນ ພີມນຳນ້ຳຕາໄຫຼນຳບໍ່ຢາກໃຫ້ແຕ່ມັນໄຫຼອອກເອງ.

 

ບົດຄວາມຫຼ້າສຸດ

ແລກເມຍກັບງົວ 1 ໂຕ ເມື່ອໝຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...