spot_img
Homeຄວາມງາມຂໍ້​ດີ-ຂໍ້​ເສຍ ເສື້ອ​ຜ້າ​ມື​ສອງ

ຂໍ້​ດີ-ຂໍ້​ເສຍ ເສື້ອ​ຜ້າ​ມື​ສອງ

Published on

123

* ຂໍ້ດີ

– ປະ​ຫຍັດ​ເງີນ​ໃນ​ກະ​ເປົ໋າ ເນື່ອງ​ຈາກ​ລາ​ຄາ​ທີ່​ຖືກ

– ເຮັດໃຫ້​ເຮົາ​ຊື້​ເສື້ອ​ຜ້າ​ໄດ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ ໃນ​ຈຳນວນ​ເງີນ​ທີ່​ເທົ່າ​ກັນ

– ຊ່ວຍ​ຮັກສາ​ສິ່ງ​ແວດ​ລ້ອມ ເພາະ​ເສື້ອ​ຜ້າ​ທີ່​ຜະລິດ​ໃໝ່​ລ້ວນ​ຜ່ານ​ຫລາຍ​ຂັ້ນ​ຕອນ

– ຊ່ວຍ​ສ້າງ​ເສີມ​ລັກສະນະ​ນິ​ໄສ​ໃນ​ທາງ​ທີ່​ດີ ໃຫ້​ເຮົາ​ເຫັນ​ຄຸນຄ່າ​ໃນ​ເສື້ອ​ຜ້າ​ນັ້ນ​ແທ້ໆ

– ເສື້ອ​ຜ້າ​ບາງ​ອັນ​ກໍ​ເຫລືອ​ພຽງ​ແຕ່ອັນ​ດຽວ ເຮັດໃຫ້​ມີ​ຄຸນຄ່າ​ຫລາຍ​ຂຶ້ນ

– ເສື້ອ​ຜ້າ​ມື​ສອງ​ໃນ​ສະໄໝ​ກ່ອນ​ຈະ​ໃຊ້​ຜ້າ​ ແລະ ​ການ​ຜະລິດ​ທີ່​ປະ​ນີດ​ຫລາຍກວ່າ

* ຂໍ້​ເສ

– ອາດ​ມີ​ເຊື້ອ​ພະຍາດ​ທີ່​ປົນ​ມາ​ກັບ​ເສື້ອ​ຜ້າ​ມື​ສອງ

– ໄດ້​ເສື້ອ​ຜ້າ​ທີ່​ຊຳ​ລຸດ​ຊຸດ​ໂຊມ

– ອາດ​ຖືກ​ຕວົະ ວ່າ​ເປັນ​ສິນ​ຄ້າ​ມີຍີ່ຫໍ້

– ຫາ​ແຫລ່ງ​ຊື້​​ເສື້ອ​ມີ​ຄຸນນະພາບຄື​ໃໝ່​ໄດ້​ຍາກ

– ບາງ​ອັນກໍ​ອາດ​ມີ​ລາ​ຄາ​ແພງ​ກວ່າ​ເສື້ອ​ຜ້າ​ໃໝ່

ນີ້​ເປັນພຽງ​ແຕ່​ຂໍ້​ດີຂໍ້​ເສຍ ຄ້າວ​ໆ ເສື້ອ​ຜ້າ​ມື​ສອງ​ ອາດຈະ​ມີ​ຫລາຍ​ ຫລື​ ໜ້ອຍກວ່າ​ນີ້ ແລ້ວ​ແຕ່​ຈະ​ພິຈາລະນາ ຊຶ່ງ​ສຸດ​ທ້າຍການ​ຊື້​ເສື້ອ​ຜ້າ​ມື​ສອງ ສຸດ​ແລ້ວ​ແຕ່​ຄວາມ​ມັກ​ຂອງ​ແຕ່​ຄົນ​ລະຄົນສາວໆ ບາງ​ຄົນ​ມັກ ​ສະ​ເພາະ​ສະໄໝ​ນີ້​ຫາ​ເສື້ອ​ຜ້າ​ຊົງ​ທີ່​ຕ້ອງ​ການ​ບໍ່​ໄດ້​ແລ້ວ ຫລື​ ແຕ່​ລະ​ຄົນ​ກໍ​ຢ້ານ​ອັນຕະລາຍ​ທີ່​ເກີດ​ຈາກ​ເຊື້ອ​ພະຍາດ​ທີ່​ມາ​ກັບ​ເສື້ອ​ຜ້າ​ກໍ​ໄດ້ ຊຶ່ງ​ກໍ​ມີ​ວິທີ​ປ້ອງ​ກັນ​ໄດ້​ຫລາກ​ຫລາຍ ເຮັດ​ຄວາມ​ສະ​ອາດ​ໃຫ້​ດີ​ກໍ​ເປັນ​ໄດ້ ຫລື ​ສຳລັບ​ເສື້ອ​ມື​ສອງ​ບາງອັນ ເຈົ້າ​ຂອງ​ທີ່​ມາ​ຂາຍ​ເອງ​ກໍ​ເບິ່ງແຍງ​ຢ່າງ​ດີ ບໍ່​ຕ່າງ​ຈາກ​ຂອງ​ໃໝ່​ເລີຍ​

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...