spot_img
Homeຂ່າວຕ່າງປະເທດໄຟໄໝ້ລົດຕູ້ເຜົາຜູ້ໂດຍສານທັງເປັນ ເສຍຊີວິດ 11 ຄົນ ລອດ 1 ຄົນ

ໄຟໄໝ້ລົດຕູ້ເຜົາຜູ້ໂດຍສານທັງເປັນ ເສຍຊີວິດ 11 ຄົນ ລອດ 1 ຄົນ

Published on

ອຸບັດຕິເຫດລົດຕູ້ເສຍຫຼັກຕົກລົງຮ່ອງກາງຖະໜົນມິດຕະພາບ ໄຟໄໝ້ໝົດຄັນລົດ ເສຍຊີວິດ 11 ຄົນ ໜີເອົາໂຕລອດໄດ້ 1 ຄົນ ເບື້ອງຕົ້ນສາເຫດອາດລັບໃນ ຄາດວ່າລົດຕູ້ສົ່ງຜູ້ໂດຍສານຈາກ ສປປ ລາວ.

ໃນວັນທີ 21 ມັງກອນ 2022 ເວລາປະມານ 21:30 ໂມງ ເກີດອຸບັດຕິເຫດລົດຕູ້ໂດຍສານ ເສຍຫຼັກຕົກລົງຮ່ອງກາງຖະໜົນເກີດໄຟໄໝ້ຖ້ວມຄັນລົດ ທີ່ຖະໜົນມິດຕະພາບ ປະເທດໄທ, ຂະນະທີ່ເກີດເຫດ ຄັນຂັບ ແລະ ຜູ້ໂດຍສານເດີນທາງມາໃນລົດຕູ້ໂດຍສານຄັນດັ່ງກ່າວລວມ 12 ຄົນ ເມື່ອມາເຖິງຈຸດເກີດເຫດ ລົດຕູ້ໄດ້ຂັບລົດມາດ້ວຍຄວາມໄວ ເສຍຫຼັກຊົນຮາວເຫຼັກກັ້ນທາງ ຕົກລົງໄປຮ່ອງຫົນທາງ.

ເຈົ້າໜ້າທີ່ກູ້ໄພທີ່ຢູ່ໃກ້ກັບຈຸດເກີດເຫດເມື່ອໄດ້ຍິນສຽງເຫດການດັ່ງກ່າວ ຈຶ່ງຮີບອອກມາລະງັບເຫດ ພ້ອມກັບລົດດັບເພີງ.

ໂດຍມີຜູ້ໂດຍສານໜີຕາຍອອກຈາກລົດໄດ້ 1 ຄົນ ເປັນໄວລຸ້ນ ອາຍຸ 20 ປີ ເປັນຄົນແຂວງອຳນາດຈະເລີນ ໄດ້ຄານອອກມາຈາກປະຕູດ້ານຂ້າງ ໜ່ວຍກູ້ໄພທີ່ພົບເຫັນຊ່ວຍດຶງໂຕອອກມາຈາກບໍລິເວນໃກ້ລົດໄດ້ກ່ອນທີ່ຈະເກີດລະເບີດໄຟໄຟໄໝ້ທັງຄັນລົດ.

ພາຍຫຼັງທີ່ດັບເພີງໄດ້ ສາມາດກວດພົບຄົນເສຍຊີວິດໄດ້ທັງໝົດ 11 ຄົນ ໃນນັ້ນມີເດັກນ້ອຍ 2 ຄົນ ລອດຊີວິດ 1 ຄົນ ເບື້ອງຕົ້ນຍັງບໍ່ຮູ້ສາເຫດຂອງການເກີດອຸບັດຕິເຫດຢ່າງຊັດເຈນ ແຕ່ຄາດວ່າຄົນຂັບລົດບໍ່ສາມາດຄວບຄຸມລົດທີ່ແລ່ນມາດ້ວຍຄວາມໄວໄດ້ ຫຼື ເກີດຈາກອາການລັບໃນ ຈົນເຮັດໃຫ້ເກີດອຸບັດຕິເຫດດັ່ງກ່າວ ເຊິ່ງເຈົ້າໜ້າທີ່ຈະໄດ້ສືບສວນສອບສວນສາເຫດທີ່ແທ້ຈິງອີກຄັ້ງ.

ຜູ້ທີ່ລອດຊີວິດໄດ້ບອກກັບຕຳຫຼວດວ່າ ຂະນະທີ່ນັ່ງລົດມາແມ່ນລັບຕະຫຼອດທາງ ເມື່ອມາຮອດຈຸດເກີດເຫດ ໄດ້ຍິນສຽງລົດໄປກະແທກກັບຫຍັງກໍບໍ່ຮູ້ສຽງດັງ ຕົກໃນຕື່ນ ແລ້ວລົດກໍປີ້ນແລ້ວ ເມື່ອລົດຢຸດກໍໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ໂດຍສານທີ່ເດີນທາງມານຳກັນ ແລະ ຜູ້ກ່ຽວກໍໄດ້ເຫັນໄຟກຳລັງໄໝ້ ຈຶ່ງຄານອອກມາທາງປະຕູດ້ານຂ້າງ ແລະ ລອດຕາຍ.

ພາບຈາກ Bk Laos-thai

ແຫຼ່ງຂ່າວ thairath

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...