spot_img
Homeຂ່າວຕ່າງປະເທດຫຼາຍກວ່າ 90% ຂອງເດັກນ້ອຍທົ່ວໂລກຫາຍໃຈອາກາດທີ່ບໍ່ສະອາດ

ຫຼາຍກວ່າ 90% ຂອງເດັກນ້ອຍທົ່ວໂລກຫາຍໃຈອາກາດທີ່ບໍ່ສະອາດ

Published on

ຫຼາຍກວ່າ 90% ຂອງເດັກນ້ອຍທົ່ວໂລກທີ່ມີອາຍຸຕ່ຳກວ່າ 15 ປີ ຫາຍໃຈເອົາອາກາດທີ່ບໍ່ສະອາດ ເຊິ່ງເຮັດໃຫ້ສຸຂະພາບ ແລະ ພັດທະນາການຂອງເດັກນ້ອຍ ຢູ່ໃນຄວາມສ່ຽງຮ້າຍແຮງ ແລະ ເດັກນ້ອຍຫຼາຍຄົນຕ້ອງມາເສຍຊີວິດຈາກສາເຫດນີ້.

ໂດຍອົງກອນອະນາໄມໂລກ ວິເຄາະວ່າປີ 2016 ມີເດັກນ້ອຍຈຳນວນ 600.000 ຄົນເສຍຊີວິດຈາກການຕິດເຊື້ອໃນລະບົບທາງເດີນຫາຍໃຈ ທີ່ເກີດມາຈາກມົນລະພິດໃນອາກາດ.

ຈາກການສຶກສາຂອງມະຫາວິທະຍາໄລສະແຕນຟອດ ໃນປີ 2021 ທີ່ປະເຊີນກັບມົນລະພິດທາງອາກາດເຊັ່ນ ຄວັນໄຟປ່າ ແລະ ຄວັນຈາກລົດ ພຽງແຕ່ມື້ດຽວອາດຈະມີອັດຕາການເກີດໂຣກຫົວໃຈ ແລະ ໂຣກໄພໄຂ້ເຈັບອື່ນໆສູງຂຶ້ນໃນອະນາຄົດໄດ້ ການສຶກສານີ້ໄດ້ຢືນຢັນງານວິໄຈກ່ອນໜ້ານີ້ວ່າ ອາກາດເຕັມໄປດ້ວຍມົນລະພິດສາມາດປ່ຽນແປງການຄວບຄຸມຢີນສ໌ໃນລັກສະນະທີ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບເດັກນ້ອຍໃນໄລຍະຍາວ.

ການຄົ້ນພົບນີ້ ຈະປ່ຽນຄວາມເຂົ້າໃຈຂອງຜູ້ຊ່ຽວຊານທາງການແພດ ແລະ ພໍ່ແມ່ຜູ້ປົກຄອງ ທີ່ມີກັບເລື່ອງອາກາດທີ່ເດັກນ້ອຍຫາຍໃຈເຂົ້າໄປ ແລະ ອາດສົ່ງຜົນຕໍ່ການຮັກສາທາງຄຣີນິກ ຂອງເດັກນ້ອຍທີ່ສຳພັດກັບມົນລະພິດທາງອາກາດ.

ຂໍ້ມູນຈາກ WHO ອົງການອະນາໄມໂລກ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...