Homeຂ່າວຕ່າງປະເທດຊ່ວງເວລາສຸດທ້າຍຂອງດາວເຄາະກ່ອນຖືກຫຼຸມດຳກິນ

ຊ່ວງເວລາສຸດທ້າຍຂອງດາວເຄາະກ່ອນຖືກຫຼຸມດຳກິນ

Published on

ຄະນະນັກດາລາສາດທີ່ໃຊ້ງານກ້ອງສ່ອງທາງໄກອາວະກາດ Hubble ຂອງນາຊາ (NASA) ໄດ້ບັນທຶກຊ່ວງເວລາສຸດທ້າຍຂອງດາວເຄາະທີ່ກຳລັງຖືກຫຼຸມດຳກືນກິນ.

 1) upper left: yellow-white star at left of frame, black hole at center right 2) upper right: stream of star gas swirls around and into a black hole 3) lower left: rusty-orange disk forms around a black hole 4) lower right: disk is enlarged, star is gone

ໃນວັນພະຫັດ 13 ມັງກອນທີ່ຜ່ານມາ ອົງການ NASA ໄດ້ບອກວ່າ: ໃນຂະນະທີ່ນັກດາລາສາດກຳລັງໃຊ້ກ້ອງສ່ອງທາງໄກອາວະກາດ Hubble ຄົ້ນຫາລາຍລະອຽດຂອງສິ່ງທີ່ເກີດຂື້ນເວລາທີ່ດາວເຄາະມຸ່ງໜ້າເຂົ້າສູ່ຫຼຸມດຳ ອັນເປັນເຫວເລິກຂອງແຮງໂນ້ມຖ່ວງ.

ຂະນະນັ້ນນັກດາລາສາດໄດ້ພົບກັບປາກົດການຄື້ນລົບກວນອ້ອມຮອບຫຼຸມດຳປະມານ 100 ຄັ້ງ.

ອົງການດັ່ງກ່າວໄດ້ລະບຸວ່າ ຂໍ້ມູນໄດ້ຖືກລົບກວນໂດຍລັງສີ X-ray ຈາກແສງຄວາມຮ້ອນອ້ອມຮອບຫຼຸມດຳ ເຊິ່ງເກີດຂື້ນຫຼັງຈາກດາວເຄາະຖືກແຍກອອກຈາກກັນ.

ນອກຈາກນັ້ນໄດ້ມີການຄາດເດົາວ່າການເກີດປະກົດການດັ່ງກ່າວຈະເກີດຂື້ນພຽງ 1-2 ຄັ້ງໃນທຸກໆ 100.000 ປີ.

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...