spot_img
Homeຂ່າວພາຍ​ໃນໂຮງກາຍະສິນແຫ່ງຊາດ ພວມໄດ້ຮັບການປັບປຸງໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ

ໂຮງກາຍະສິນແຫ່ງຊາດ ພວມໄດ້ຮັບການປັບປຸງໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ

Published on

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພາກເອກະຊົນ ຄື: ບໍລິສັດ ແຟສເຕີ ມີເດຍ ຈໍາກັດຜູ້ດຽວ ແລະ ບໍລິສັດ ໂອໂຕລາວ ວຽງຈັນ ພວມປັບປຸງໂຮງກາຍະສິນແຫ່ງຊາດ ທີ່ສ້າງຂຶ້ນມາໄດ້ 30 ກວ່າປີ ໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນ, ທັງມີຄວາມສວຍງາມ ແລະ ຈະມີການບໍລິການຫລາຍກິດຈະກໍາກວ່າເກົ່າເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.

ທ່ານ ພອນດິດຖາ ສຸລິວົງ ຜູ້ອຳນວຍການບໍລິສັດໂອໂຕລາວວຽງຈັນ ໃຫ້ສຳພາດວ່າ: ປັດຈຸບັນ ບໍລິສັດໂອໂຕລາວວຽງຈັນ ໃນນາມຄູ່ຮ່ວມພັດທະນາໂຮງກາຍະສິນແຫ່ງຊາດ ພວມປັບປຸງໂຮງກາຍຍະສິນແຫ່ງຊາດໃຫ້ມີໃບຫນ້າໃຫມ່ ເພື່ອພ້ອມຮັບໃຊ້ມວນຊົນເຂົ້າມາຊົມການສະແດງກາຍະສິນຢ່າງເບີກບານມ່ວນຊື່ນ ໂດຍການປັບ ປຸງສະຖານທີ່ພາຍໃນ ແລະ ພາຍນອກຂອງໂຮງກາຍະສິນດັ່ງກ່າວ. ໃນນີ້ ສະເພາະພາຍໃນ ໄດ້ປັບປຸງສຳເລັດເກືອບຮ້ອຍສ່ວນຮ້ອຍ ເປັນຕົ້ນ: ລະບົບໄຟແສງສີ, ສຽງ, ປັບປຸງສະຖານທີ່ນັ່ງຂອງຜູ້ຊົມໃຫ້ມີຄວາມສະດວກສະບາຍ ແລະອື່ນໆ. ສ່ວນທາງດ້ານນອກອ້ອມຮອບໂຮງກາຍະສິນ ໄດ້ສໍາເລັດການຮື້ຖອນອາຄານຕ່າງໆ ຮຽບຮ້ອຍແລ້ວ ຕໍ່ໄປແມ່ນກະກຽມສ້າງເປັນຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ເປັນຕົ້ນ: ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສະດວກຊື້, ຮ້ານກາເຟ, ສວຍສີຂຽວ, ບ່ອນຈອດລົດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ດ້ວຍການຕົບແຕ່ງໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ.

ທ່ານ ພອນດິດຖາ ສຸລິວົງ ໃຫ້ຮູ້ຕື່ມວ່າ: ຈຸດປະສົງໃນການມີສ່ວນຮ່ວມພັດທະນາໂຮງກາຍະສິນແຫ່ງແຫ່ງຊາດ ເພື່ອແນໃສ່ເຮັດໃຫ້ໂຮງກາຍະສິນດັ່ງກ່າວມີໂສມ ໜ້າໃໝ່ ແລະ ເຮັດໃຫ້ກອງກາຍະສິນແຫ່ງຊາດມີຄວາມສາມາດກຸ້ມຕົນເອງໄດ້ໃນຕໍ່ໜ້າ. ສິ່ງສໍາຄັນ ເພື່ອປະກອບສ່ວນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊົມການສະ ແດງກາຍະສິນຂອງລາວໃຫ້ຫລາຍຂຶ້ນ ກໍຄື ທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ, ເຊີ່ງໃນວັນທີ 20-22 ເດືອນມັງ ກອນ 2023 ນີ້, ທີ່ໂຮງກາຍະສິນແຫ່ງຊາດ ຈະມີການສະແດງກາຍະສິນໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບ ຮອບ 74 ປີ, ທັງເປັນການທົດລອງລະບົບແສງ, ສີ, ສຽງ ແລະ ອື່ນໆ ພາຍໃນໂຮງກາຍະສິນແຫ່ງຊາດ ຕື່ມອີກ.

ຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...