ກຸ່ມໂບໂກຮາຣາມ ບຸກປຸ້ນສະດົມຢູ່ໄນຈີເຣຍ ສັງຫານປະຊາຊົນກ່ວາ 25 ຄົນ!

581227-01

 

ກຸ່ມກໍ່ການຮ້າຍໂບໂກຮາຣາມ ບຸກກໍ່ເຫດເຜົາລົດ ປຸ້ນສະດົມສິນຄ້າ ສັງຫານປະຊາຊົນທາງຕາເວັນອອກສຽງເໜືອ

ຂອງໄນຈີເຣຍ ປະຊາຊົນເສຍຊີວິດນັບສິບຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກຜ່ານມານີ້ວ່າ ກຸ່ມຊາວປະມົງໄນຈີເຣຍ ກ່ວາ 25 ຄົນຖືກຍິງ

ເສຍຊີວິດ ໃນພື້ນທີ່ຫ່າງໄກສອກຫລີກ ທາງພາກຕາເວັນອອກສຽງເໜືອຂອງລັດບໍໂນ ເຊິ່ງເປັນທີ່ຕັ້ງຂອງກຸ່ມກໍ່

ການຮ້າຍໂບໂກຮາຣາມ ໂດຍທາງການໄດ້ຕັ້ງຂໍ້ສົງໄສວ່າ ກຸ່ມກໍ່ການຮ້າຍໂບໂບຮາຣາມ ໄດ້ເຂົ້າມາເຜົາລົດຂອງເຈົ້າ

ໜ້າທີ່ ພ້ອມທັງສັງຫານປະຊາຊົນອີກ.

 

ໃນຂະນະທີ່ບາງແຫລ່ງຂ່າວໄດ້ລາຍງານວ່າ ກຸ່ມກໍ່ການຮ້າຍໄດ້ບຸກປຸ້ນສິນຄ້າຂອງຜູ້ທີ່ມາຊື້ປາ ແລ້ວກວາດຍິງປະ

ຊາຊົນທີ່ກຳລັງຊື້ຂາຍກັນຢູ່ຢ່າງໂຫດຮ້າຍປ່າເຖື່ອນ.