Homeຂ່າວຕ່າງປະເທດອີລອນ ມາສ ສູນເສຍຊັບສິນຫຼວງຫຼາຍທີ່ສຸດໃນປະຫວັດສາດ

ອີລອນ ມາສ ສູນເສຍຊັບສິນຫຼວງຫຼາຍທີ່ສຸດໃນປະຫວັດສາດ

Published on

ອີງຕາມການລາຍງານຂອງ Guinness World Records ເປີດເຜີຍວ່າ ອີລອນ ມາສ (Elon Musk) CEO ຂອງ Tesla ໄດ້ທໍາລາຍສະຖິຕິໂລກຢ່າງເປັນທາງການ “ການສູນເສຍຊັບສິນສ່ວນບຸກຄົນທີ່ໃຫຍ່ທີ່ສຸດໃນປະຫວັດສາດ” ອີງຕາມການລາຍງານບໍລິສັດ.

Forbes ຄາດ​ຄະ​ເນ​ວ່າ​ມູນ​ຄ່າ​ສຸດ​ທິ​ຂອງ ອີລອນ ມາສ ຈະ​ຫຼຸດ​ລົງ 183 ຕື້​ໂດ​ລາ​ໃນ​ພຽງ​ແຕ່​ປີ​ດຽວ, ໃນ​ຂະ​ນະ​ທີ່ Bloomberg ຄາດ​ຄະ​ເນ​ວ່າ​ຈະຫຼຸດລົງມູນ​ຄ່າ 200 ຕື້​ໂດ​ລາ.

ຢ່າງໃດກໍຕາມມູນຄ່າສຸດທິຂອງ ອີລອນ ມາສ ໄດ້ສູງສຸດໃນເດືອນພະຈິກ 2021, ເຊິ່ງບັນລຸເຖິງ 340 ຕື້ໂດລາ, ອີງຕາມການຄາດຄະເນຂອງ Bloomberg ແຕ່ຫຼັກຊັບຂອງ Tesla ຫຼຸດລົງ 65% ໃນປີ 2022 ທີ່ຜ່ານມາ, ແຕ່ການຫຼຸດລົງຢ່າງຫຼວງຫຼາຍກໍໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຫຼັງຈາກ ອີລອນ ມາສ ຊື້ Twitter ໃນເດືອນຕຸລາ.

ດັ່ງນັ້ນ ອີລອນ ມາສ ຈຶ່ງບໍ່ແມ່ນຄົນທີ່ລວຍທີ່ສຸດໃນໂລກອີກຕໍ່ໄປ, ເຊິ່ງສູນເສຍຕຳແໜ່ງໃຫ້ກັບ Bernard Arnault  ຫົວໜ້າບໍລິສັດຝຣັ່ງທີ່ເປັນເຈົ້າຂອງແບຣນລຸຍ ວິດຕອງ.

ອ້າງອິງ: Guinness World Records

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...