Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດຂອງ "ແປ້ງນົວ" ຕໍ່ກັບຮ່າງກາຍ

ປະໂຫຍດຂອງ “ແປ້ງນົວ” ຕໍ່ກັບຮ່າງກາຍ

Published on

ເຊື່ອວ່າຫຼາຍໆຄົນທີ່ເຮັດອາຫານກິນຢູ່ເຮືອນ ມັກຈະຫຼີກລ່ຽງການໃສ່ແປ້ງນົວລົງໄປໃນອາຫານຢ່າງເດັດຂາດ ເພາະຫຼາຍຄົນກໍເຊື່ອວ່າ “ແປ້ງນົວ” ໃຫ້ໂທດຕໍ່ຮ່າງກາຍຄື ຜົມລົ່ນ ຕົນໂຕລ່ອຍ ແລະ ອື່ນໆ ແທ້ໆແລ້ວ “ແປ້ງນົວ” ກໍໃຫ້ປະໂຫຍດໄດ້ເຊັ່ນກັນ.

ຊ່ວຍເພີ່ມຄວາມຢາກອາຫານແກ່ຜູ້ສູງອາຍຸ

ຜູ້ສູງອາຍຸຫຼາຍຄົນເລີ່ມຈະກິນເຂົ້າບໍ່ແຊບ ເພາະການເຮັດວຽກຂອງຮ່າງກາຍນັບມື້ນັບໜ້ອຍລົງ ຕ່ອມຮັບລົດຊາດກໍບໍ່ຄ່ອຍດີ ຈຶ່ງເຮັດໃຫ້ຜູ້ສູງອາຍຸຫຼາຍຄົນເບື່ອອາຫານ, ແຕ່ເມື່ອເຮັດກິນແລ້ວເພີ່ມ “ແປ້ງນົວ” ລົງໄປກໍຈະເຮັດໃຫ້ອາຫານແຊບຂຶ້ນ ແລະ ເພີ່ມຄວາມຢາກອາຫານແກ່ຜູ້ສູງອາຍຸ.

ຊ່ວຍໃຫ້ກະເພາະອາຫານ ແລະ ຕ່ອມນ້ຳລາຍເຮັດວຽກໄດ້ດີ

ໃນຜູ້ປ່ວຍທີ່ມີພາວະກະເພາະອາຫານຟໍ່ ຫຼື ຕ່ອມນ້ຳລາຍເຮັດວຽກບໍ່ໄດ້ດີ ອາດເຮັດໃຫ້ເກີດນ້ຳລາຍແຫ້ງ ແລະ ເບື່ອອາຫານ, ການໃສ່ແປ້ງນົວ ກໍຈະຊ່ວຍເພີ່ມຄວາມນົວແກ່ອາຫານໃຫ້ລົດຊາດກົມກ່ອມ ແລະ ຊ່ວຍກະຕຸ້ນຄວາມຢາກອາຫານໄດ້ຫຼາຍຂຶ້ນ.

ຊ່ວຍຫຼຸດປະລິມານໂຊດຽມໃນອາຫານ

ໂຊດຽມໃນອາຫານ ກໍຄືອາຫານທີ່ມີລົດຊາດເຄັມ ໃນຄົນທີ່ມັກກິນອາຫານທີ່ຕິດລົດຊາດເຄັມ ປຸງອາຫານດ້ວຍນ້ຳປາຫຼາຍ ຫຼື ເກືອຈຳນວນຫຼາຍ ເພື່ອໃຫ້ໄດ້ລົດຊາດທີ່ຕ້ອງການ, ຜົນຈາກການວິໄຈພົບວ່າ “ແປ້ງນົວ” ເມື່ອໃສ່ໄປໃນອາຫານເລັກໜ້ອຍ ກໍຈະເຮັດໃຫ້ລົດຊາດແຊບຂຶ້ນເຊັ່ນກັນ ແຖມຍັງຊ່ວຍຫຼຸດປະລິມານການໃສ່ໂຊດຽມໃນອາຫານ ແລະ ຍັງເຮັດໃຫ້ຮ່າງກາຍເຮົາ ໄດ້ຫຼຸດປະລິມານການຮັບໂຊດຽມເຂົ້າຮ່າງກາຍອີກດ້ວຍ.

ຂໍ້ມູນຈາກ vari-foods

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...