spot_img
Homeຂ່າວພາຍ​ໃນStarbucks ຈະເປີດສາຂາໃໝ່ໃນນະຄອນຫຼວງ

Starbucks ຈະເປີດສາຂາໃໝ່ໃນນະຄອນຫຼວງ

Published on

ຮ້ານກາເຟທີ່ຊື່ດັງລະດັບໂລກກຳລັງຈະເປີດສາຂາໃໝ່ໃນ ViewMall ທີ່ນະຄອນຫຼວງວຽງຈັນ ເຊິ່ງຮ້ານກໍໄດ້ເລີ່ມມີການໂຄສະນາເພື່ອຮັບສະໝັກພະນັກງານທີ່ຮ້ານໃໝ່.

ໃນເດືອນພະຈິກ 2022 ພາຍຫຼັງທີ່ຮ້ານ Starbucks ໄດ້ມາເປີດສາຂາທຳອິດຢູ່ໃນລາວ ເຊິ່ງເປີດທີ່ຫ້າງຊັບພະສິນຄ້າ Parkson ກໍໄດ້ປະສົບຜົນສຳເລັດຫຼາຍ ເຮັດໃຫ້ສົງຄົມໃນລາວເຮົາຕ່າງກໍສົນໃຈ ແລະ ຕື່ນເຕັ້ນທີ່ເຫັນຮ້ານກາເຟລະດັບໂລກມາເປີດຢູ່ລາວນີ້.

ພາຍຫຼັງທີ່ໄດ້ຮັບການຕອບຮັບຂອງລູກຄ້າເປັນຢ່າງດີ ທາງຮ້ານກໍມີການສົນໃຈທີ່ຈະເປີດຮ້ານເພີ່ມອີກເປັນສາຂາທີ 2  ViewMall ເຊິ່ງຕັ້ງຢູ່ເມືອງໄຊທານີ ທັ້ງນີ້ກໍມີຈຸດປະສົງເພື່ອຈະບໍລິການລູກຄ້າທີ່ຫ່າງອອກຈາກໃນເຂດຕົວເມືອງພຽງເລັກໜ້ອຍ.

ຮ້ານ Starbucks ແຫ່ງໃໝ່ນີ້ຈະເລີ່ມເປີດໃຫ້ບໍລິການໃນເດືອນມີນາ 2023 ນອກນີ້ທາງຮ້ານກໍຍັງມີແຜນທີ່ຈະຂະຫຍາຍໄປຫາເມືອງທ່ອງທ່ຽວທີ່ເປັນທີ່ນິຍົມເຊັ່ນ ຫຼວງພະບາງ ເປັນຕົ້ນ.

ໃນຂະນະທີ່ບາງຄົນ ກໍຍັງມັກກິນກາເຟພື້ນບ້ານ ແຕ່ການເປີດໂຕຂອງ Starbucks ໃນຄັ້ງນີ້ ສ້າງຄວາມຕື່ນເຕັ້ນ ແລະ ເປັນທີ່ໜ້າສັນໃຈຂອງຄົນໃນສັງຄົມລາວຈຳນວນຫຼາຍເຊັ່ນກັນ.

ແຫຼ່ງຂ່າວ The Laotian Times

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...