spot_img
Homeຂ່າວພາຍ​ໃນໃນປີ 2022 ແຂວງບໍລິຄໍາໄຊ ແກ້ໄຂຄະດີຢາເສບຕິດທີ່ເກີດຂື້້ນ 391 ລາຍ

ໃນປີ 2022 ແຂວງບໍລິຄໍາໄຊ ແກ້ໄຂຄະດີຢາເສບຕິດທີ່ເກີດຂື້້ນ 391 ລາຍ

Published on

ຜ່ານການຈັດຕັ້ງປະຕິບັດເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງ ບໍລິຄໍາໄຊ ປະຕິບັດ ກວດກາ ສາມາດຈັບຕົວຜູ້ເຄື່ອນໄຫວຄ້າຂາຍ ຂົນສົ່ງ ແລະ ເສບຢາເສບຕິດມາແກ້ໄຂ ດໍາເນີນຄະດີໃນທົ່ວແຂວງມີຄະດີຢາເສບຕິດເກີດຂຶ້ນທັງໝົດ 391 ລາຍ.

ທຽບໃສ່ປີ 2021 ຜ່ານມາ ເພີ່ມຂື້ນ 111 ລາຍ ກັກຕົວຜູ້ຖືກຫາໄດ້ 600 ຄົນ, ຍີງ 48 ຄົນ, ຄົນຕ່າງປະເທດ 6 ຄົນ, ສາມາດຢຶດຂອງກາງໄດ້ ຢາບ້າ 2.676.377 ເມັດ ຢາໄອ້ 145 ກິໂລກຼາມ ຢາອີ 196 ເມັດ ເຮໂລອິນ 35,5 ກິໂລກຼາມ ຄັນຊາແຫ້ງ 8.061 ກິໂລກຼາມ ຢາຝິ່ນ 500 ກຼາມ ຢາເຄ 14 ກຼາມ ກາເຟຊອງປະສົມສານເສບຕິດ 783 ຊອງ ກາເຟປ໋ອງປະສົມສານເສບຕິດ 87 ປ໋ອງ ລົດໃຫຍ່ 23 ຄັນ ລົດຈັກ 74 ຄັນ ເຮືອຈັກຫາງຍາວ 3 ລໍາ ລະເບີດປ້ອມ 1 ໜ່ວຍ ປືນສັ້ນດັດແປງ 4 ກະບອກ ໝາກແຕກ 3 ໜ່ວຍ ແລະ ເຄື່ອງຂອງກາງອື່ນໆ ຈໍານວນໜື່ງ.

ນອກນັ້ນໄດ້ສົມທົບກັບກໍາລັງ ປກຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ທໍາລາຍສວນຝິ່ນ, ສວນຄັນຊາ ໃນ 3 ເມືອງ ພູດອຍ ຄື: ທໍາລາຍສວນຝິ່ນ 17 ສວນ, ເນື້ອທີ່10,5 ເຮັກຕ່າ, ກັກຜູ້ຖືກຫາໄດ້ 3 ຄົນ ແລະ ທໍາລາຍສວນຄັນຊາໄດ້ 223 ສວນ, ເນື້ອທີ່ 178 ເຮັກຕ່າ, ກັກຜູ້ຖືກຫາໄດ້ 7 ຄົນ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...