spot_img
Homeຂ່າວພາຍ​ໃນງານ​ເທດ​ສະ​ການ​ອາ​ຫານ​ອາ​ຫານ​ລາວ ປະຈຳປີ 2023

ງານ​ເທດ​ສະ​ການ​ອາ​ຫານ​ອາ​ຫານ​ລາວ ປະຈຳປີ 2023

Published on

ງານ​ເທດ​ສະ​ການ​ອາ​ຫານ​ອາ​ຫານ​ລາວ​ ແມ່ນ​ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ປີ​ໜຶ່ງ​ແມ່ນ​​ໄດ້​ຈັດ​ເທື່ອ​ໜຶ່ງ ເຊິ່ງເປັນ​​ບ່ອນ​ເຕົ​້າ​ໂຮມ​ອາ​ຫານ​​ທ້ອງ​ຖິ່ນ​ຈາກ​ບັນ​ດາ​ແຂວງ​ຕ່າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດແມ່ນ​ໄດ້​ມາ​ເຕົ​້າ​ໂຮມ​ກັນ​.

ໃນວັນທີ 26 ທັນວາ 2022 ທີ່ ຫ້ອງປະຊຸມ ຕຶກ KC ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດພິທີຖະແຫຼງຂ່າວຈັດງານເທດສະການອາຫານລາວ ປະຈຳປີ 2023 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສທຍ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນ. ລາວັນ ສຸດທິສານ ຮອງປະທານ ສູນກາງ ສະຫະພັນແມ່ຍິງລາວ, ທ່ານ ຈັນສະໝອນ ຜອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ ພ້ອມດ້ວຍຄະນະ ແລະ ສະມາຊິກ ສທຍ ແລະ ນັກຂ່າວສື່ມວນຊົນຈາກສ່ວນຕ່າງໆເຂົ້າ.

ງານເທດສະການອາຫານລາວ ປະຈຳປີ 2023 ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24-28 ມັງກອນ 2023 ທີ່​ສວນ​ເຈົ້າ​ອານ​ຸວົງ ທີ່​ນະ​ຄອນຫຼວງວຽງ​ຈັນ ພາຍໃຕ້ຄຳຂວັນ “ອາຫານລາວກ້າວສູ່ສາກົນ” ເຊິ່ງຈະມີບູດວາງສະແດງສະແດງທັງໝົດ 180 ບູດ ຈະມີທັງບູດອາຫານ ແລະ ຫັດຖະກຳ ແລະ ຈະມີອາຫານທ້ອງຖິ່ນຫຼາກຫຼາຍຢ່າງຈາກບັນດາແຂວງຕາງໆໃນຂອບເຂດທົ່ວປະເທດຕັ້ງແຕ່ເໜືອເຖິງໃຕ້ຈະມາເຕົ້າໂຮມກັນຢູ່ໃນງານນີ້ ແລະ ຈະມີບູດວາງສະແດງຂອງບັນດາປະເທດສະມາຊິກອາຊຽນອີກດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...