spot_img
Homeຂ່າວຕ່າງປະເທດ"ຊຸບເປີຍຸງ" ຂ້າດ້ວຍຢາຂ້າແມງໄມ້ກໍບໍ່ຕາຍ

“ຊຸບເປີຍຸງ” ຂ້າດ້ວຍຢາຂ້າແມງໄມ້ກໍບໍ່ຕາຍ

Published on

ຍຸງ ເປັນພາຫະນຳເຊື້ອພະຍາດມາສູ່ຄົນ ແລະ ກຳລັງສ້າງຄວາມກັງວົງເພີ່ມຂຶ້ນໃຫ້ແກ່ນັກວິໄຈທົ່ວໂລກ ພາຍຫຼັງທີ່ຜົນງານວິໄຈຫຼ້າສຸດຂອງນັກວິທະຍາສາດຍີ່ປຸ່ນ ພົບວ່າ “ຍຸງ” ສ່ວນຫຼາຍກຳລັງມີວິວັດທະນາການ ທີ່ທົນຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ.

ໂດຍ ທ່ານ ຊິນຈິ ຄາໄຊ ນັກວິໄຈສະຖາບັນໂຣກຕິດເຊື້ອແຫ່ງຊາດໃນຍີ່ປຸ່ນ ໄດ້ສຶກສາຕົວຢ່າງຍຸງໃນຫຼາຍໆປະເທດ ໂດຍສະເພາະແມ່ນປະເທດຫວຽດນາມ ແລະ ກຳປູເຈຍ ທີ່ພົບການແຜ່ລະບາດຂອງໄຂ້ເລືອດອອກຫຼາຍ ແລະ ຍັງພົບວ່າຍຸງສ່ວນຫຼາຍໃນ 2 ປະເທດນັ້ນໄດ້ກາຍພັນເປັນ “ຊຸບເປີຍຸງ” ທີ່ທົນທານຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ ປະເພດ “Pyrethroid” ເຊິ່ງກໍ່ເປັນຢາກຳຈັດຍຸງທົ່ວໄປໃນບ້ານເຮົາ.

ໂດຍລາຍງານລະບຸວ່າ ຢາຂ້າແມງໄມ້ສາມາດຂ້າຍຸງໄດ້ແຕ່ 10% ບາງຄັ້ງກໍບໍ່ສາມາດຂ້າໄດ້ຈັກໂຕເລີຍ ແລະ ສິ່ງສຳຄັນກໍຄືພົບຍຸງ 78% ຂອງຍຸງບ້ານມີການກາຍພັນ ເຮັດໃຫ້ພວກມັນຕ້ານຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ ຍ້ອນແນວນີ້ຈຶ່ງເຮັດໃຫ້ຫວຽດນາມ ແລະ ກຳປູເຈຍມີການແຜ່ລະບາດຂອງໄຂ້ເລືອດອອກ ແລະ ມາເລເຣຍ.

ນອກນັ້ນ ປະເທດລາວເຮົາກໍຍັງມີການລະບາດຂອງໄຂ້ເລືອດອອກ ແລະ ມາເລເຣຍ ເຊິ່ງມັນກໍເປັນໄປໄດ້ຫຼາຍທີ່ ຍຸງ ໃນປະເທດລາວເຮົາສ່ວນຫຼາຍມີການກາຍພັນເປັນ “ຊຸບເປີຍຸງ” ທີ່ທົນຕໍ່ຢາຂ້າແມ້ງໄມ້ ຫຼື ຢາກຳຈັດຍຸງ.

ແຫຼ່ງຂ່າວ abcNEWS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...