spot_img
Homeນານາສາລະຖ້າເຮົາລືມກິນຢາ ເຮົາຄວນເຮັດແນວໃດ?

ຖ້າເຮົາລືມກິນຢາ ເຮົາຄວນເຮັດແນວໃດ?

Published on

ຫຼາຍໆຄົນ ອາດຈະມັກລືມກິນຢາ ແລ້ວບໍ່ຮູ້ວ່າຖ້າລືມຄວນກິນຕອນໃດຕໍ່ໄປ ຫຼື ອາດຈະຂ້າມໄປກິນເວລາຕໍ່ໄປເລີຍ.

ຢາກ່ອນອາຫານ

ຢາທີ່ກິນກ່ອນອາຫານຄວນກິນກ່ອນ 30 ນາທີ ເພື່ອໃຫ້ຢາອອກລິດ ແລະ ຄວນກິນຕອນທ້ອງຫວ່າງສະເໝີ.

ລືມກິນຢາກ່ອນອາຫານ

ບໍ່ຄວນກິນຢາ ພ້ອມ ຫຼື ຫຼັງອາຫານ ຄວນຂ້າມຄາບນັ້ນໄປເລີຍ ແລ້ວໄປກິນຢາກ່ອນຄາບອາຫານຕໍ່ໄປ ຫຼື ຖ້າຈະກິນຢາຫຼັງຄາບອາຫານກໍໄດ້ ແຕ່ຕ້ອງຖ້າ 2 ຊົ່ວໂມງເພື່ອໃຫ້ອາຫານຍ່ອຍໝົດກ່ອນຈຶ່ງກິນ ແລະ ບໍ່ຕ້ອງກິນຢາກ່ອນອາຫານຂອງຄາບຖັດໄປ.

ຢາຫຼັງອາຫານ

ຄວນກິນຢາຫຼັງອາຫານທັນທີ ຫຼື ບໍ່ຄວນເກີນ 15 ນາທີ ແລະ ຍັງສາມາດກິນຢາພ້ອມອາຫານໄດ້.

ລືມກິນຢາຫຼັງອາຫານ

ຖ້າລືມກິນຢາຫຼັງອາຫານເກີນ 15 ນາທີ  ຄວນກິນຢາໃນຄາບຖັດໄປເລີຍ.

ຢາກ່ອນນອນ

ຄວນກິນຢາກ່ອນນອນ 15-30 ນາທີ ເພາະຖ້າກິນຢາກ່ອນໜ້ານັ້ນດົນ ອາດເຮັດໃຫ້ເຮົາຢາກນອນເນື່ອງຈາກຜົນຂອງຢາ ປະສິດທິພາບຂອງຢາກໍຈະຫຼຸດລົງ ຄວນກິນຕອນທີ່ເຮົາພ້ອມຈະນອນ.

ລືມກິນຢາກ່ອນນອນ

ຖ້າລືມກິນຢາກ່ອນນອນ ແມ່ນໃຫ້ກິນໃນຄືນຕໍ່ໄປເລີຍ ບໍ່ຄວນກິນໃນຕອນເຊົ້າຂອງມື້ຖັດມາ.

ນອກນີ້ ສຳລັບຢາທີ່ກິນສະເພາະເມື່ອມີອາການເຊັ່ນ ຢາດີໄຂ້ ດີເຈັບຫົວ ສາມາດກິນຕອນທີ່ມີອາການ ແລະ ຢຸດຢາເມື່ອອາການເຊົາແລ້ວ.

ຂໍ້ມູນຈາກ pharmacy mahidol

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...