spot_img
Homeຂ່າວພາຍ​ໃນລາວຕິດອັນດັບສະຖານທີ່ ທີ່ຄວນໄປທ່ຽວໃນປີ 2023

ລາວຕິດອັນດັບສະຖານທີ່ ທີ່ຄວນໄປທ່ຽວໃນປີ 2023

Published on

ວັນທີ 3 ມັງກອນ 2023 ເວັບໄຊ້ The Telegraph ໄດ້ຈັດອັນດັບ 20 ສະຖານທີ່ ທີ່ຄວນໄປທ່ຽວໃນປີ 2023 ເຊິ່ງມີ ຕວກກີ ສະເປນ ເຄນຢາ ເສັ້ນທາງຊາຍຝັ່ງຂອງອັງກິດ ພູເຂົາ The Dolomites ຂອງອິຕາລີ ກູຢານາ ອາຟຣິກາໃຕ້ ອາເຈນຕີນ່າ ລອນດອນ ເມືອງແທງກິເອີປະເທດໂມລັອກໂຄ ຍີ່ປຸ່ນ ສະວິດເຊີແລນ ຝຣັ່ງ ອົດສະຕາລີຕາເວັນຕົກ ຮົງກາລີ ລັດລາສເວກັດ ສີລັງກາ ສະຟາລບາດ ມອນໂຕເຕເນໂກ ແລະ ລາວ.

ໂດຍທາງເວັບໄຊ້ໄດ້ບັນລະຍາຍວ່າ: ປະເທດລາວມີລົດໄຟຄວາມໄວສູງທີ່ຊື່ວ່າ “ລ້ານຊ້າງ” ທີ່ແລ່ນຈາກພາກກາງຫາພາກເໜືອ ດ້ວຍຄວາມໄວສູງສຸດເຖິງ 160 ກມ/ຊມ ເປັນລົດໄຟທີ່ມີຄວາມງາມດ້ວຍສີປະຈຳຊາດ ເຊິ່ງມັນແລ່ນຕັດຜ່ານພູເຂົາທາງພາກເໜືອ ໃນຂະນະທີ່ນັ່ງລົດໄຟ ສາມາດເຫັນພາບທີ່ສວຍງາມເຕັມໄປດ້ວຍທຳມະຊາດ ແລະ ພູຜາປ່າໄມ້.

ໂດຍມີປາຍທາງແມ່ນຫຼວງພະບາງ ເປັນສະຖານທີ່ຄຸ້ມຄອງຈາກອົງການຢູເນສໂກ, ໄກອອກໄປຈາກຕົວເມືອງກໍຄື ເມືອງໄຊ ເປັນບ້ານນ້ອຍໆ ມີນ້ຳຕົກ ແລະ ສະຖານທີ່ຜັກຜ່ອນແຄມນ້ຳໃນປ່າ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...