spot_img
Homeຂ່າວພາຍ​ໃນອຸບັດຕິເຫດລົດໃຫຍ່ສວນເລນຕຳລົດຈັກເສຍຊີວິດຄາທີ່ 2 ຄົນ

ອຸບັດຕິເຫດລົດໃຫຍ່ສວນເລນຕຳລົດຈັກເສຍຊີວິດຄາທີ່ 2 ຄົນ

Published on

ໃນວັນທີ 31/12/2022 ເວລາ 23:10 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດ ລົດໃຫຍ່ຕຳລົດຈັກ ທີ່ບ້ານວັງຊາຍ ເມືອງໄຊເສດຖາ  ນະຄອນຫຼວງວຽງຈັນ.

ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ຈຶ່ງໄດ້ອອກກວດສອບເຫດ ພົບຜູ້ບາດເຈັບ 2 ຄົນ ເພດຊາຍ 1 ຄົນ ແລະ ເພດຍິງ 1 ຄົນ

ອາການເບື້ອງຕົ້ນຜູ້ບາດເຈັບຜູ້ທີ 1 ແມ່ນ ຫົວແຕກ (ເສຍເລືອດຫຼາຍ) ຊີກໂຄງຫັກ ແລະ ມີບາດແຜຈີກຢູ່ໜ້າເອິກເບຶ້ອງຂວາ  (ຊີບພະຈອນບໍ່ເຕັ້ນ) ເຮົາໄດ້ນວດຫົວໃຈ CPR ແຕ່ບໍ່ຕອບສະໜອງ ແລະ ເສຍຊີວິດຄາທີ່.

ອາການເບື້ອງຕົ້ນຜູ້ບາດເຈັບຜູ້ທີ 2 ແມ່ນ ໜ້າຜາກແຕກ ແຂນຫັກປິດເບື້ອງຊ້າຍ (ເສຍຊິວິດຄາທີ່).

ແຫຼ່ງຂ່າວ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ...

ຊົມເຊີຍທີມແພດຈີນ-ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ (Monteggia) ຂອງເດັກນ້ອຍ

ຊ່ຽວຊານແພດຈີນ ແລະ ລາວ ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia)...

ກັບຄືສູ່ບ້ານເຮົາແລ້ວ! ທາງການໄທສົ່ງມອບພຣະພຸດທະຮູບບູຮານຄືນສູ່ປະເທດລາວ

ທາງການໄທສົ່ງມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ ໃນວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະລີຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ...

ຊາຍໜຸ່ມກໍ່ເຫດໃຊ້ມີດບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ

ຊາຍໜຸ່ມຫຶງໂຫດ! ບຸກແທງຄໍແຟນສາວເສຍຊີວິດ ຄາຫ້ອງເຊົ່າ ຍ້ອນຫຶງທີ່ແຟນສົ່ງຍິ້ມໃຫ້ຊາຍອື່ນ ສຳນັກຂ່າວໄທລັດລາຍງານໃນວັນທີ 6 ມີນາ 2025 ຜ່ານມາ ເຈົ້າໜ້າທີ່ຕຳລວດໄດ້ຮັບແຈ້ງເຫດວ່າມີຄົນຖືກແທງເສຍຊີວິດ ຢູ່ຫ້ອງເຊົ່າແຫ່ງໜຶ່ງ ທີ່ຈັງຫວັດຣາຊະບູລີ ປະເທດໄທ. ຕາມການລາຍງານ: ຜູ້ກໍ່ເຫດຊື່ທ້າວ ຊາຍ...