spot_img
Homeຂ່າວພາຍ​ໃນຄອບຄົວຕົວແບບລ້ຽງປາ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

ຄອບຄົວຕົວແບບລ້ຽງປາ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

Published on

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖດ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລານຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ.

ທ່ານ ວິລະຈິດ ບຸບຜາສາລີ ຕາງໜ້າຄອບຄົວຕົວແບບດ້ານການຜະລິດ ສ້າງເສດຖະກິດຄອບຄົວ ກ່າວລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ທີ່ຈັດຂຶ້ນເມື່ອວັນທີ 27 ທັນວາ 2022 ນີ້ວ່າ: ພາຍໃນຄອບຄົວຂອງຕົນມີ 3 ຄົນ,ຍິງ 1 ຄົນ, ມີແຮງງານຕົ້ນຕໍ 3 ຄົນ,ຍິງ 1 ຄົນ, ມີເນື້ອທີ່ເຮັດການຜະລິດ 1 ເຮັກຕາເຄິ່ງ, ຜ່ານມາໄດ້ເຮັດທຸລະກິດຄ້າຂາຍ ແລະ ເຮັດບໍລິສັດກໍ່ສ້າງຂົວທາງ ແຕ່ທຸລະກິດດັ່ງກ່າວໄດ້ພົບບັນຫາທາງດ້ານການເງີນ, ມາຮອດປີ 2012 ໂດຍອິງໃສ່ນະໂຍບາຍຂອງພັກ-ລັດຖະບານ, ໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດໃຫ້ມີຢູ່ມີກິນ, ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ພ້ອມທັງໄດ້ສຶກສາກ່ຽວກັບເຕັກນິກການລ້ຽງປາ ແລະໄດ້ຕັດສິນໃຈນໍາໃຊ້ທຶນຂອງຕົນເອງຈຳນວນໜຶ່ງ ຈົກໜອງປາ ຈຳນວນ 2 ໜອງ ໃນມູນຄ່າ 55 ລ້ານກີບ ເພື່ອທໍາການຜະລິດ ເບື້ອງຕົ້ນສາມາດລ້ຽງ ແລະຈໍາໜ່າຍປາອອກຂາຍໄດ້ຈໍານວນໜຶ່ງ ແຕ່ບໍ່ທັນເປັນສິນຄ້າຫຼາຍປານໃດ ເນື່ອງຈາກວ່າ ຈໍານວນໜອງປາຍັງບໍ່ຫລາຍ ຈຶ່ງເຮັດຜົນຜະລິດບໍ່ຫຼາຍ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມ, ຈາກນັ້ນ ທາງຄອບຄົວວິລະຈິດ ບຸບຜາສາລີ ໄດ້ຂະຫຍາຍໜອງເພີ່ມຕື່ມອີກ 2 ໜອງ ແລະ ໄດ້ສຶກສາການລ້ຽງປາແບບໃຊ້ເຕັກນິກ ດ້ວຍການຫລຸດຕົ້ນທຶນລົງ ໂດຍການນໍາໃຊ້ແໜແດງ ແລະຜັກຕົບເກືອປາ ເຊິ່ງສາມາດຫຼຸດຜ່ອນລາຍຈ່າຍ ຈາກການຊື້ຫົວອາຫານສຳເລັດຮູບລົງໄດ້ຈຳນວນໜຶ່ງ, ເຮັດໃຫ້ລາຍຮັບຈາກການຂາຍປາ ສະເລ່ຍ 140 ລ້ານກີບຕໍ່ປີ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ. ນອກຈາກການລ້ຽງປາແລ້ວ ທາງຄອບຄົວຍັງໄດ້ລ້ຽງ ງົວ 20ໂຕ ແລະ ລ້ຽງແບ້ 14ໂຕ, ເຊິ່ງຜົນສໍາເລັດທັງໝົດນັ້ນແມ່ນຍ້ອນການຕັດສີນໃຈຂອງຄອບຄົວ,ໂດຍການສະໜັບສະໜູນດ້ານວິຊາການ ລ້ຽງສັດ ແລະ ການປະມົງ ຂອງເມືອງ ແລະ ແຂວງ ບວກກັບການຊອກຮູ້ຮໍ່າຮຽນຈາກສື່ໂຄສະນາຕ່າງໆ.

ທ່ານ ວິລະຈິດ ບຸບຜາສາລີ ໄດ້ກ່າວຕື່ມວ່າ ເພື່ອເປັນການສູ້ຊົນຂະຫຍາຍກິດຈະການ ແລະ ເພີ່ມລາຍຮັບໃຫ້ສູງຂື້ນເລື້ອຍໆ ທາງຄອບຄົວຈະສຶບຕໍ່ປັບປຸງຂະຫຍາຍກິດຈະການດັ່ງກ່າວເພື່ອໃຫ້ເປັນສິນຄ້າຫຼາຍຂຶ້ນ ແລະ ຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ທົ່ວແຂວງ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...