spot_img
Homeຂ່າວຄາດຕະກຳເຫດຍິງກັນເສຍຊີວິດ ຢູ່ນະຄອນປາກເຊ ແຂວງຈຳປາສັກ

ເຫດຍິງກັນເສຍຊີວິດ ຢູ່ນະຄອນປາກເຊ ແຂວງຈຳປາສັກ

Published on

ອີງຕາມການລາຍງານຂອງວາລະສານຄວາມສະຫງົບໃຫ້ຮູ້ວ່າ: ເວລາປະມານ 18:30 ນາທີ ຂອງວັນທີ 27/12/2022 ໄດ້ມີເຫດການມີຜູ້ຊາຍຄົນໜຶ່ງຖືປືນສັ້ນຍ່າງເຂົ້າໄປຍິງປືນໃສ່ຄອບຄົວໜຶ່ງທີ່ສວນສະຫັວນ ນະຄອນປາກເຊ ແຂວງຈໍາປາສັກ ໃນຂະນະນັ່ງກິນເຂົ້າກັບຄອບຄົວ ກ່ອນຍິງຕົວເອງ.

ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ ( ຝົນ ) ອາຍຸ 34 ປີ ອາຊີບຄ້າຂາຍຢູ່ບ້ານສວນສະຫວັນ ນະຄອນປາກເຊ
ຜູ້ທີ 2 ຊື່ ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ເປັນຕຳຫຼວດ.

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດທັງ 2 ແມ່ນມີການພົວພັນແບບຊູ້ສາວ; ໃນຕອນເກີດເຫດ ທ້າວ ປະສານສັກ ຂີ່ລົດຈັກເຂົ້າມາຫານາງ ຄຳຟອງ ຢູ່ເຮືອນ ມີລັກສະນະມຶນເມົາ ມີປືນ AK ມາພ້ອມ ແລ້ວເຫັນ ນາງ ຄຳຟອງ ກຳລັງນັ່ງກິນເຂົ້າກັບຄອບຄົວ ເຊິ່ງມີຜົວ ແລະ ລູກອາຍຸ 5 ປີ ແລະ 3 ປີ, ຈາກນັ້ນ ທ້າວ ປະສານສັກ ໄດ້ຍິງຂຶ້ນຟ້າ 3 ນັດ ແລ້ວໄດ້ເວົ້າກັບນາງ ຄຳຟອງ ວ່າ ເອົາບໍ່ຄົນລະລູກ; ຈາກນັ້ນ ຜູ້ກ່ຽວໄດ້ຍິງໃສ່ຫົວນາງ ຄຳຟອງ 1 ນັດ ແລ້ວຍິງໃສ່ຕົນເອງ 1 ນັດ ເສຍຊີວິດຄາທີ່.

ທີ່ມາ: ວາລະສານຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...