spot_img
Homeຂ່າວພາຍ​ໃນລັກຊັບພົນລະເມືອງ ໄປບໍ່ລອດຖືກເຈົ້າໜ້າທີ່ຕໍາຫຼວດ ຈັບມາດໍາເນີນຄະດີ

ລັກຊັບພົນລະເມືອງ ໄປບໍ່ລອດຖືກເຈົ້າໜ້າທີ່ຕໍາຫຼວດ ຈັບມາດໍາເນີນຄະດີ

Published on

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 16 ທັນວາ 2022 ທີ່ຜ່ານມາ ສາມາດກັກຕົວຜູ້ຖືກຫາທີ່ກະທໍາຜິດ ໃນຂໍ້ຫາລັກຊັບພົນລະເມືອງໄດ້ 01 ຄົນ ຄື: ທ້າວ ຈິດຕະກອນ ໂສລັດຕະນະວົງ ອາຍຸ 23 ປີ, ປະຊາຊົນ ບ້ານໂພນໄຊ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມາສືບສວນ-ສອບສວນ ເຊີ່ງຜູ້ຖືກຫາໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະຜ່ານມາຜູ້ກ່ຽວແມ່ນເຄື່ອນໄຫວລັກຊັບມາແລ້ວ ຈໍານວນ 4 ຄັ້ງ ແລະ ແຕ່ລະຄັ້ງທີ່ຈະລົງມືແມ່ນໄດ້ຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ເປັນເວລາ 01 ວັນ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ สถานที่ในร่ม

ຄັ້ງທີ 1 ແລະ ຄັ້ງທີ 2 ໃນໄລຍະກາງປີ 2022 ແມ່ນໄດ້ກໍ່ເຫດລັກຊັບຢູ່ຮ້ານຂາຍເຄື່ອງປະດັບ, ຮ້ານຊື້-ຂາຍ ເງິນ-ຄໍາ ພາຍໃນຕະຫຼາດແສນອຸດົມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍໃຊ້ຄີມ ແລະ ໄຂຄວງ ເຈາະເພດານແລ້ວປີນຂື້ນຕາມໂຄງເຫຼັກ ແລ້ວລົງສູ່ຮ້ານ ໄດ້ເອົາສາຍຄໍຄໍາ ປະມານ 30 ກວ່າເສັ້ນ, ສາຍແຂນຄໍາ 8 ເສັ້ນ, ແຫວນສີເຫຼືອງ 15 ວົງ, ປອກຂາຄໍາ 1 ເສັ້ນ, ສາຍແຂນເງິນ ປະມານ 3 ເສັ້ນ ແລະ ເງິນສົດ 2.900.000 ກີບ. 02 ວັນຕໍ່ມາ ໄດ້ນໍາເອົາວັດຖຸທີ່ລັກໄປນັ້ນ ໄປຂາຍຢູ່ຮ້ານຂາຍຄໍາ ແຫ່ງໜື່ງໃນ ນະຄອນຫຼວງວຽງຈັນ ໄດ້ເງິນຈໍານວນ 28.000.000 ກີບ, ແລະ ວັດຖຸຈໍານວນໜື່ງ ແມ່ນເປັນຂອງປອມຈີ່ງບໍ່ໄດ້ຂາຍ, ແລະ ເງິນຈໍານວນດັ່ງກ່າວແມ່ນໃຊ້ຈ່າຍຈົນໝົດ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ สถานที่ในร่ม

ຄັ້ງທີ 3: ໃນເວລາປະມານ 23 ໂມງ ຂອງວັນທີ 23 ພະຈິກ 2022 ໄດ້ກໍ່ເຫດລັກຊັບ ຢູ່ຮ້ານຊື້ຂາຍເງິນ-ຄໍາ ເພັນ ກີມເຮີຍ ບ້ານຫຼັກ20 ເມືອງຄໍາເກີດ ດ້ວຍການປີນຂື້ນຕາມຄອມແອ ເຂົ້າຊ່ອງວ່າງເທິງເພດານແລ້ວໃຊ້ໄຂຄວງ ແລະ ສີ່ວເຈາະເພດານເປັນຮູພໍຫຼົມໂຕ ແລ້ວລອດລົງໄປໃນຮ້ານ ໄດ້ລັກເອົາ ສາຍແຂນຄໍາປະມານ 10 ເສັ້ນ, ຕ້າງຫູຄໍາປະມານ 10 ຄູ່, ແຜ່ນຄໍາປະມານ 5 ແຜ່ນນ້ອຍ, ເງິນຈໍານວນ 25.000.000 ກີບ, ແລ້ວ 3 ວັນຕໍ່ມາ ຜູ້ກ່ຽວໄດ້ນໍາເອົາຄໍາຈໍານວນດັ່ງກ່າວມາຈູດເພື່ອຫຼອມໃຫ້ເປັນກ້ອນດຽວຈົນສໍາເລັດ, 03 ວັນຕໍ່ມາຜູ້ກ່ຽວ ໄດ້ນໍາເອົາຄໍາຈໍານວນນັ້ນໄປຂາຍຢູ່ ນະຄອນຫຼວງວຽງຈັນ ໄດ້ເງິນສົດຈໍານວນ 26.000.000 ກີບ ແລ້ວນໍາໄປໄຊ້ຈ່າຍຈົນໝົດ.

ຄັ້ງທີ 4: ໃນເວລາປະມານ 22 ໂມງ ຂອງວັນທີ 10 ທັນວາ 2022 ຜູ້ກ່ຽວໄດ້ກໍ່ເຫດລັກຊັບ ໂດຍໃຊ້ມີດງັດປະຕູ ແລະ ເຫຼັກກັນຂະໂມຍທາງດ້ານຫຼັງຂອງຮ້ານ ຂອງນາງ ສຸກັນດາ ທີ່ຢູ່ດ້ານນອກຂອງຕະຫຼາດແສນອຸດົມ ເມື່ອເຂົ້າໄປໄດ້ ຜູ້ກ່ຽວໄດ້ລັກເອົາສາຍຄໍເງິນ ປະມານ 10 ກວ່າເສັ້ນ, ສາຍແຂນເງິນ ປະມານ 7 ເສັ້ນ, ແຫວນເງິນ ປະມານ 20 ວົງ, ເງິນ ບາດ 1.020 ບາດ, ເງິນກີບ 175.000 ກີບ ສໍາເລັດແລ້ວຈີ່ງໄດ້ກັບອອກມາທາງເກົ່າ ແລ້ວ ສືບຕໍ່ລັກຊັບທີ່ຮ້ານຂາຍຄໍາ ຂອງທ້າວຄໍານຸ່ນ ທີ່ຢູ່ໃກ້ກັນກັບຮ້ານ ນາງ ສຸກັນດາ ໂດຍໃຊ້ມີດງັດເງະທາງຊ່ອງດູດອາກາດຫ້ອງນໍ້າ ແລ້ວປີນເຂົ້າໄປລັກເອົາຊັບສິນມີຄ່າຄື: ເງິນກີບຫົວໜາມ 37 ກີບ, ເງິນຝັກ 5 ຝັກ, ເຕົ້າປູນ 2 ອັນ, ພະ 3 ອົງ, ຊີ້ນສ່ວນຂອງເງິນ ປະມານ 3 ກິໂລ ເມື່ອສໍາເລັດກໍ່ໄດ້ກັບອອກມາທາງເກົ່າແລ້ວ ກັບຄືນເມືອເຮືອນຂອງຜູ້ກ່ຽວເຮັດຄືບໍ່ມີຫຍັງເກີດຂື້ນ. ຕົກມາຮອດ ວັນທີ 16 ທັນວາ 2022 ໃນລະຫວ່າງທີ່ຜູ້ກ່ຽວ ນໍາເອົາ ວັດຖຸມີຄ່າ ໄປສະກັດເພື່ອເອົາຄໍາອອກຈາກເງິນ ຢູ່ທີ່ຮ້ານແຫ່ງໜື່ງພາຍໃນເມືອງ ຄໍາເກີດ ເມືອເຫັນດັ່ງນັ້ນເຈົ້າຂອງຮ້ານຈີ່ງມີຄວາມສົງໃສ ແລະ ບອກວ່າບໍ່ວ່າງ ຖ້າຈະສະກັດຕ້ອງແມ່ນມື້ຕໍ່ໄປ ຈາກນັ້ນ ກໍ່ໄດ້ແຈ້ງເຈົ້າໜ້າທີ່ເພື່ອຊາບ, ຕົກມາຮອດເວລາປະມານ 19 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ວິຊາສະເພາະຈີ່ງໄດ້ນໍາກໍາລັງໄປກັກຕົວຜູ້ກ່ຽວ ມາດໍາເນີນຄະດີຕາມກົດໝາຍ.

อาจเป็นรูปภาพของ 3 คน

ແຫຼ່ງຂ່າວ ປກສ ບໍລິຄຳໄຊ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...