spot_img
Homeຂ່າວພາຍ​ໃນນະຄອນຫລວງວຽງຈັນ ຈະກໍານົດເອົານົກຍຸງເປັນສັດນໍາໂຊກງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ນະຄອນຫລວງວຽງຈັນ ຈະກໍານົດເອົານົກຍຸງເປັນສັດນໍາໂຊກງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

Published on

ນະຄອນຫລວງວຽງຈັນ ຈະນໍາໃຊ້ນັກສະແດງຫລາຍ 100 ກວ່າຄົນ ເພື່ອສະແດງສິລະປະໃນໂອກາດຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ເບື້ອງຕົ້ນກໍານົດວ່າຈະເລືອກເອົາປະຕູໄຊເປັນສັນຍາລັກ ແລະ ຈະເລືອກເອົານົກຍຸງເປັນສັດນໍາໂຊກ.

ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິ ການ ແລະ ກິລານະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະຄອນຫລວງວຽງຈັນ ໄດ້ກະກຽມ ແລະ ເຝິກຊ້ອມການສະແດງສິລະປະເພື່ອສະແດງໃນໂອກາດຮັບທຸງກິລາແຫ່ງ ຊາດຕໍ່ຈາກແຂວງຊຽງຂວາງ ມາໄດ້ໄລຍະໜຶ່ງ ເຮັດໃຫ້ມາ ຮອດປັດຈຸບັນມີຄວາມແລ້ວ ໂດຍໄດ້ກະກຽມບົດຟ້ອນ ດົນຕີ ແລະ ເພັງຮ້ອງ ເຊິ່ງລັກສະນະການສະແດງໄດ້ນໍາເອົາຜາສາດເຜິ້ງນໍາໜ້າ ເພື່ອໃຫ້ເຫັນວ່າບຸນທາດຫຼວງໃນແຕ່ລະປີມີການແຫ່ຜາສາດເຜິ້ງ, ເຊີ່ງເປັນການຖວາຍບຸນກຸສົນໃຫ້ແກ່ພະພຸດ ພະທໍາ ພະສົງ ກໍຄື ການປັກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາວນະຄອນຫລວງວຽງ ຈັນ ກໍຄື ຂອງຊາດທີ່ມີມາແຕ່ດົນນານ, ຫຼັງຈາກນັ້ນ ຈະມີ ການສະແດງກາຍະສິນ, ເຕັ້ນ ແລະ ມີບົດເພັງປະກອບໃຫ້ຊື່ວ່າ ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ ເຊິ່ງເປັນການສະແດງໃຫ້ເຫັນວ່າຊາວນະຄອນຫລວງວຽງຈັນ ຍິນດີຕ້ອນຮັບບັນດານັກກິລາ, ເພື່ອນມິດຈາກທົ່ວປະເທດ ກໍຄືປະເທດອ້ອມຂ້າງ ເພື່ອມາຮ່ວມງານມະຫະກໍາກິລາແຫ່ງ ຊາດ ຄັ້ງທີ XII, ເຊີ່ງຄະນະນັກສະແດງຂອງນະຄອນ ຫລວງວຽງຈັນ ໄດ້ເດີນທາງມາເຖີງແຂວງຊຽງຂວາງ ໃນວັນທີ 19 ທັນວານີ້.

ທ່ານ ສົມພອນ ສອນດາລາ ໃຫ້ຮູ້ຕື່ມວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນປີ 2025 ໂດຍຈະເລືອກເອົາປະຕູໄຊເປັນສັນຍາລັກ, ເຊີ່ງປະຕູໄຊໝາຍເຖີງໄຊຊະນະ ແລະ ການແຂ່ງຂັນກິລາແຕ່ລະປະເພດຕ້ອງມີໄຊຊະນະ. ນອກຈາກນີ້ ຈະເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ, ສັດດັ່ງກ່າວຍັງມີຢູ່ບ້ານນາຄັນທຸງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ລູກຫລານ ກໍຄື ຄົນລຸ້ນຫລັງໄດ້ເຫັນ ແລະ ຮັບຮູ້ເຖີງຄວາມເປັນມາຂອງນົກຍຸງຢູ່ນະຄອນຫລວງວຽງຈັນ.

ຢ່າງໃດກໍຕາມ, ນັບແຕ່ມື້ຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເປັນຕົ້ນໄປ, ນະຄອນຫລວງວຽງຈັນ ຈະຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ລວມທັງສະ ຫະພັນກິລາແຕ່ລະປະເພດໃນການກະກຽມຄວາມພ້ອມດ້ານຕ່າງໆ ຢ່າງຮອບດ້ານ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານມະຫະກໍາກິລາ ຄັ້ງທີ XII ປະສົບຜົນສໍາເລັດຕາມທີ່ຄາດໝາຍໄວ້.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...