Homeຂ່າວຕ່າງປະເທດກຳປູເຈຍ - ໄທ ຄອງແຊັ້ມເຂົ້າທີ່ດີທີ່ສຸດຂອງໂລກ ປະຈຳປີ 2014 ຮ່ວມກັນ

ກຳປູເຈຍ – ໄທ ຄອງແຊັ້ມເຂົ້າທີ່ດີທີ່ສຸດຂອງໂລກ ປະຈຳປີ 2014 ຮ່ວມກັນ

Published on

557000013846801

 

ເຂົ້າຈ້າວຂອງກຳປູເຈຍ ແລະ ໄທ ໄດ້ຮັບລາງວັນເຂົ້າທີ່ດີທີ່ສຸດໃນໂລກ ປະຈຳປີ 2014 ຮ່ວມກັນ ໃນກອງປະຊຸມເຂົ້າໂລກ

ຄັ້ງທີ 6 ທີ່ຈັດຂຶ້ນໃນນະຄອນຫລວງພະນົມເປັນ ມື້ວານນີ້ (20 ພະຈິກ).

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເຈເຣມີ ສະວິງເກີ ປະທານເຈົ້າໜ້າທີ່ບໍລິຫານຂອງອົງການການຄ້າເຂົ້າ ເຊິ່ງ

ເປັນຜູ້ຈັດການປະກວດໄດ້ກ່າວວ່າ ຕົວຢ່າງເຂົ້າ 25 ສາຍພັນ ຈາກ 15 ປະເທດ ແລະ ເຂດແດນໃນໂລກ ເຊິ່ງລວມມີກຳ

ປູເຈຍ, ໄທ, ຫວຽດນາມ, ອິນເດຍ, ມຽນມ້າ, ສະຫະລັດອາເມຣິກາ ແລະ ອື່ນໆອີກ ໄດ້ເຂົ້າຮ່ວມໃນການປະກວດໃນຄັ້ງນີ້

ເຊິ່ງຜົນຂອງການປະກວດ ແມ່ນເຂົ້າຈ້າວພັນລຳດວນ ຂອງກຳປູເຈຍ ແລະ ເຂົ້າຈ້າວຫອມມະລິຂອງໄທ ໄດ້ຮັບລາງວັນ

ເຂົ້າທີ່ດີທີ່ສຸດປະຈຳປີ 2014 ໂດຍການຕັດສິນ ແມ່ນຢູ່ບົນພື້ນຖານຂອງຮູບລັກສະນະ ແລະ ລົດຊາດຂອງເຂົ້າ.

 

 

ບົດຄວາມຫຼ້າສຸດ

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມພື້ນທີ່ນໍ້າຖ້ວມ ແລະ ມອບການຊ່ວຍເຫຼືອປະຊາຊົນ ຢູ່ເມືອງຄົງເຊໂດນ.

ໃນຕອນບ່າຍ ວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ...

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...