spot_img
Home​ຂ່າວທ່ອງທ່ຽວວາງສີລາລຶກ ໂຄງການກໍ່ສ້າງແຫລ່ງທ່ອງທ່ຽວອ່າງຫ້ວຍສຽດ

ວາງສີລາລຶກ ໂຄງການກໍ່ສ້າງແຫລ່ງທ່ອງທ່ຽວອ່າງຫ້ວຍສຽດ

Published on

ພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານສູນຮັບແຂກຜູ້ບໍລິຫານຂອງເຂດພັດທະນາ ກະສິກຳ ແລະ ການທ່ອງທ່ຽວພິເສດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2022 ຢູ່ອ່າງຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຫຼີເຝີງ ( LIFANF ) ປະທານບໍລິສັດ ACTS ໂປຼເຈັກຈຳກັດ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ບໍລິສັດ ACTS ໂປຼເຈັກຈຳກັດ ເຂົ້າຮ່ວມ.

ໂຄງການກໍ່ສ້າງຕຶກອາຄານສູນຮັບແຂກຜູ້ບໍລິຫານຂອງເຂດພັດທະນາກະສິກຳ ແລະ ການທ່ອງທ່ຽວພິເສດ ກວມເອົາເນື້ອທີ່ 39 ເຮັກຕາ, ມູນຄ່າການລົງ ປະມານ 50 ລ້ານໂດລາສະຫະລັດ, ປະກອບມີ 6 ກິດຈະກຳ ຄື: ເຂດທ່ອງທ່ຽວພື້ນເມືອງລາວ, ເຂດວັດທະນະທຳຈັດງານດອງປະເພນີ, ສວນສະໜຸກຫາດຊາຍທຽມ, ບໍລິເວນໂຮງແຮມທ່ອງທ່ຽວສາກົນ, ເຂດໂຮມສະເຕສາກົນ – ຫ້ອງການບໍລິການເຂດພິເສດ ແລະ ການບໍລິການສະໜາມກ໊ອບ. ຈະໃຊ້ເວລາກໍ່ສ້າງທັງໝົດ 24 – 36 ເດືອນ, ພ້ອມນີ້ ສາມາດຮອງຮັບພະນັກງານຫ້ອງການໄດ້ປະມານ 50 ຄົນ, ທີ່ພັກ 60 ຄົນ, ຫ້ອງປະຊຸມ 200 ຄົນ, ຫ້ອງອາຫານ 1 ພັນຄົນ.

ໂຄງການດັ່ງກ່າວນີ້ ຈະກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳທີ່ຄົບວົງຈອນ ເຊິ່ງຈະໄດ້ນຳເອົາທ່າແຮງທີ່ບົ່ມຊ້ອນຂອງເຂດດັ່ງກ່າວ ອອກມາພັດທະນາດຶງດູດຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງບໍລິຄຳໄຊໃຫ້ຫຼາຍຂຶ້ນ.
ຈາກນັ້ນ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...