ສຸດຍອດ! ອັງກິດສ້າງລົດເມໄບໂອ ໃຊ້ແກັສຂອງເສຍ ທີ່ຂັບຖ່າຍອອກຈາກຄົນ!

EyWwB5WU57MYnKOuFIwC3Fo75LwdDnfgDnPKwipyAUnImOQbFdrIab

 

ໜ່ວຍງານຂອງເສຍຂອງເມືອງບຣິສຕອນ ຜະລິດລົດເມໄບໂອ ໃຊ້ແກັສຈາກຂອງເສຍທີ່ຄົນຂັບຖ່າຍອອກມາ ແລະ

ເສດອາຫານ ເພື່ອເປັນພະລັງງານໃຫ້ລົດ ຄັນທຳອິດໃນອັງກິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 20 ພະຈິກນີ້ວ່າ ອັງກິດໄດ້ກ້າວລ້ຳນຳໜ້າດ້ານເຕັກໂນໂລຊີຊີວະພາບ ສາ

ມາດສ້າງລົດເມໄບໂອ (Bus-Bi0) ຈົນສາມາດນຳອອກມາແລ່ນຢູ່ຕາມຖະໜົນໄດ້ເປັນຄັນທຳອິດຂອງປະເທດແລ້ວ

ໂດຍລົດຄັນດັ່ງກ່າວ ໄດ້ໃຊ້ຂອງເສຍຈາກຄົນທີ່ຂັບຖ່າຍອອກມາ ແລະ ລວມທັງເສດອາຫານຕ່າງໆ ເຊິ່ງກໍ່ໃຫ້ເກີດມົນ

ລະພິດຕໍ່ສິ່ງແວດລ້ອມໜ້ອຍກ່ວານ້ຳມັນແອັດຊັງ ແລະ ກາຊວນ.

 

ລົດເມຄັນນີ້ ເປັນລົດຂະໜາດ 40 ບ່ອນນັ່ງ ໂດຍລົດຄັນດັ່ງກ່າວ ຍັງໄດ້ແຕ້ມຮູບຕິດໄວ້ດ້ານຂ້າງ ເປັນຮູບຄົນກຳລັງ

ນັ່ງປົດທຸກຢູ່ເທິງຊັກໂຄກ ໂດຍໄດ້ທົດລອງແລ່ນໃຫ້ບໍລິການຜູ້ໂດຍສານ ລະຫວ່າງສະໜາມບິນໃນເມືອງບຣິສຕອນ

ແລະ ເມືອງບາດ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດອັງກິດ.