spot_img
Homeຂ່າວພາຍ​ໃນເຈົ້າເມືອງທ່າປາງທອງ ລົງໃຫ້ກຳລັງໃຈ ຄອບຄົວຜູ້ທີ່ເກີດອຸປະຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນ

ເຈົ້າເມືອງທ່າປາງທອງ ລົງໃຫ້ກຳລັງໃຈ ຄອບຄົວຜູ້ທີ່ເກີດອຸປະຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນ

Published on

ໃນວັນທີ 23 ພະຈິກ 2022 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ ເງິນເສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ທີ່ເກີດອຸປະຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນຢູ່ທີ່ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເພື່ອແບ່ງເບົາຄວາມທຸກໂສກ ໃນເຫດການຄັ້ງນີ້.

ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ໃຫ້ຮູ້ວ່າໃນວັນທີ 22 ພະຈິກ 2022 ເວລາ 16 ໂມງ 30 ນາທີ ໄດ້ມີອຸປະຕິເຫດ ລົດບັນທຸກພວງ ສີຟ້າຂາວ ໝາຍເລກທະບຽນ ສະຫວັນນະເຂດ ບກ 2118 ຂັບຂີ່ໂດຍ ທ້າວ ຈອນ ອາຍຸ 26 ປີ ສັນຊາດ ລາວ ອາຊີບຂັບລົດ ປະຈຸບັນບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເສຍຫຼັກ ປີ້ນທັບເຮືອປະຊາຊົນ ຢູ່ຖະໝົນເລກທີ 2.6313 ຂອບເຂດ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ ) ເມືອງທ່າປາງທອງ ຈຸດເກີດເຫດ ເປັນເສັ້ນທາງລົງພູ ຄົດລ້ຽວ ແລະ ມີຝົນຕົກໜັກເຮັດໃຫ້ທາງໝື່ນ, ຜົນເສຍຫາຍໃນຄັ້ງນີ້ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນເສຍຫາຍ 5 ຫຼັງ ໃນນັ້ນເສຍຫາຍໜັກທັງຫຼັງ ຈຳນວນ 3 ຫຼັງ ແລະ ເລັກໜ້ອຍ 2 ຫຼັງ ແລະ ມີຜູ້ເສຍຊິວິດ ຈຳນວນ 4 ຄົນ, ຍິງ1ຄົນ, ບາດເຈັບສາຫັດ 3 ຄົນ, ຍິງ 1 ຄົນ, ບາດເຈັບສົມຄວນ 2 ຄົນ, ບາດເຈັບເລັກໜ້ອຍ 2 ຄົງ, ລວມທັງໝົດ ບາດເຈັບ ແລະ ເສຍຊີວິດ ຈຳນວນ 11 ຄົນ, ຍິງ 4 ຄົນ ປັດຈຸບັນລົດຄັນດັ່ງກ່າວ ແລະ ວັດຖຸທີ່ຖຶກເສຍຫາຍ ແມ່ນທາງເຈົ້າໜ້າ ໄດ້ຮັກສາໄວ້ຢູ່ບ່ອນເກີດເຫດ ສ່ວນມູນຄ່າການເສຍຫາຍ ຍັງບໍ່ທັນສາມາດສະຫຼູບໄດ້ ສ່ວນຜູ້ຂັບຂີ່ ແມ່ນທາງເຈົ້າໜ້າທີ່ ໄດ້ກັກຕົວ ຢູ່ ປກສ ເມືອງທ່າປາງທອງ ເພື່ອດໍາເນີນການສືບສວນ-ສອບສວນ ຕໍ່ໄປ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...