ນະຄອນຫຼວງວຽງຈັນ, 21 ພະຈິກ 2022 ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ວ່າ: ເຖິງແມ່ນວ່າເສດຖະກິດຂອງລາວ ຈະມີການຟື້ນຕົວໃນຊ່ວງໄລຍະຕົ້ນປີ 2022, ແຕ່ ສປປ ລາວ ກໍຍັງປະເຊີນກັບບັນຫາແລະຄວາມທ້າທາຍຫຼາຍຂຶ້ນຈາກການອ່ອນຄ່າຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ.
ບົດລາຍງານຕິດຕາມສະພາບເສດຖະກິດ ສະບັບ ເດືອນຕຸລາ 2022: ການຮັບມືກັບຄວາມບອບບາງດ້ານເສດຖະກິດມະຫາພາກ,ທີ່ ເຜີຍແຜ່ໃນມື້ນີ້ ໄດ້ລະບຸ ຂອດການປະຕິຮູບສຳຄັນທີ່ຈະຊ່ວຍປະເທດຟື້ນຟູສະເຖຍລະພາບທາງດ້ານເສດຖະກິດ ແລະ ຮັກສາການເຕີບໂຕທີ່ຍືນຍົງ.
ບົດລາຍງານຊີ້ແຈງວ່າ ເງິນກີບໄດ້ອ່ອນຄ່າລົງ 68 ສ່ວນຮ້ອຍ ເມື່ອທຽບກັບເງິນໂດລາສະຫະລັດ ໃນຊ່ວງປີນີ້ຈົນມາຮອດເດືອນ ຕຸລາ ອັນໄດ້ທ່ວງດຶງການຟື້ນຕົວຂອງເສດຖະກິດ ແລະ ເຮັດໃຫ້ອັດຕາເງິນເຟີ້ຂຶ້ນສູງ ແລ້ວນຳໄປສູ່ການຫົດຕົວດ້ານການບໍລິໂພກຂອງພາກເອກະຊົນຄົວເຮືອນ ແລະ ການລົງທຶນ. ໃນຂະນະດຽວກັນ, ຄາດວ່າ ໜີ້ສິນພາກລັດ ແລະ ໜີ້ສິນທີ່ລັດຄ້ຳປະກັນຈະກາຍ 100 ສ່ວນຮ້ອຍຂອງ GDP ໃນທ້າຍປີນີ້. ທະນາຄານໂລກ ໄດ້ຫລຸດອັດຕາການເຕີບໂຕຂອງເສດຖະກິດທີ່ຄາດຄະເນໄວ້ສຳລັບ ສປປ ລາວ ລົງມາເປັນ 2,5 ສ່ວນຮ້ອຍ, ຫລຸດລົງຈາກອັດຕາຄາດຄະເນໃນກ່ອນໜ້ານີ້ຢູ່ທີ່ 3,8 ສ່ວນຮ້ອຍ.
ເຖິງແມ່ນວ່າການຈ້າງງານຈະເພີ່ມຂຶ້ນມາຮອດກາງປີ 2022, ແຕ່ລາຍໄດ້ຂອງປະຊາຊົນ ກໍຍັງເຕີບໂຕຊ້າເມື່ອທຽບກັບ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນ. ອັດຕາເງິນເຟີ້ຂອງໝວດສິນຄ້າ ບໍລິໂພກ ປີຕໍ່ປີ ໄດ້ເພີ່ມຂຶ້ນເຖິງ 37 ສ່ວນຮ້ອຍ ມາຮອດເດືອນ ຕຸລາ 2022, ໂດຍສະເພາະອັດຕາເງິນເຟີ້ສຳລັບໝວດອາຫານທະລຸເກືອບຮອດ 39 ສ່ວນຮ້ອຍ ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍ ຕໍ່ຜູ້ທຸກຍາກໃນເຂດຕົວເມືອງ ຊຶ່ງບາງຄອບຄົວຕ້ອງໄດ້ຫລຸດຜ່ອນການບໍລິໂພກສະບຽງອາຫານ ແລະ ການຊົມໃຊ້ນ້ຳມັນເຊື້ອໄຟ. ໃນ ການສຳຫຼວດຂອງ ທະນາຄານໂລກ, ໄດ້ມີການລາຍງານວ່າ ສອງສ່ວນສາມຂອງຄົວເຮືອນ ໄດ້ຫລຸດຄ່າໃຊ້ຈ່າຍດ້ານສຸຂະພາບ ແລະ ການສຶກສາ ເຊິ່ງອາດມີຜົນກະທົບຕໍ່ການພັດທະນາມະນຸດ ໃນໄລຍະຍາວ.
ຜູ້ຕາງໜ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ ທ່ານ ອາແລັກສ໌ ແຄຣເມີ ໄດ້ກ່າວວ່າ: “ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາອື່ນໆໄດ້ມີການ ປຶກສາຫາລືກັບ ລັດຖະບານກ່ຽວກັບ ຍຸດທະສາດການປະຕິຮູບ ເພື່ອຊ່ວຍສ້າງ ສະເຖຍລະພາບດ້ານເສດຖະກິດມະຫາພາກໃຫ້ມີຄວາມເຂັ້ມແຂງ, ປົກປ້ອງລາຍຈ່າຍສຳຄັນໃນຂະແໜງສຶກສາ, ສາທາ ແລະ ສະຫວັດດີການ ກໍຄື ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ເພື່ອການຟື້ນຟູໃນໄລຍະຍາວ.”
ໄດ້ມີການສະເໜີ 5 ຂອດການປະຕິຮູບທີ່ເປັນບຸລິມະສິດ ຄື: ຕັດການຍົກເວັ້ນພາສີອາກອນທີ່ຫຼວງຫຼາຍ ເພື່ອເພີ່ມລາຍຮັບພາກລັດ ແລະ ປົກປ້ອງລາຍຈ່າຍດ້ານສັງຄົມ; ປັບປຸງການຄຸ້ມຄອງ ການລົງທຶນຂອງພາກລັດ ແລະ ພາກລັດ-ເອກະຊົນ ກໍຄື ລັດວິສາຫະກິດ; ປັບປຸງໂຄງສ້າງໜີ້ສິນຂອງລັດ ດ້ວຍການສືບຕໍ່ການເຈລະຈາໃຫ້ສໍາເລັດ; ສ້າງສະເຖຍລະພາບຂອງພາກ ທະນາຄານການເງິນໃຫ້ມີຄວາມເຂັ້ມແຂງໂດຍນໍາໃຊ້ ເຄື່ອງມືທາງດ້ານນິຕິກຳ ແລະ ລະບຽບການ; ແລະ ສຸດທ້າຍ ແມ່ນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການສົ່ງອອກ ໂດຍຜ່ານການປະຕິຮູບບັນດາລະບຽບການຢ່າງມີປະສິດທິຜົນ.
ບົດລາຍງານໄດ້ຄາດຄະເນແນວໂນ້ມໃນໄລຍະກາງວ່າ ເສດຖະກິດຈະຄ່ອຍໆຟື້ນຕົວ ແລະ ຂັບເຄື່ອນໂດຍຂະແໜງການທ່ອງທ່ຽວ ແລະ ການສົ່ງອອກ ແຕ່ກໍຂຶ້ນກັບຄວາມສຳເລັດໃນການເຈລະຈາດ້ານ ໜີ້ສິນກັບເຈົ້າໜີ້ສອງຝ່າຍ. ນອກຈາກນັ້ນ, ແນວໂນ້ມຂອງເສດຖະກິດແມ່ນຍັງຕ້ອງປະເຊີນກັບຄວາມສ່ຽງພາຍນອກຫລາຍຢ່າງ ລວມທັງນະໂຍບາຍເສດຖະກິດມະຫາພາກຂອງໂລກທີ່ເຄັ່ງຕຶງກວ່າເກົ່າ ແລະ ຜົນກະທົບທີ່ແກ່ຍາວຂອງສົງຄາມໃນ ຢູເຄຣນ.
ບົດລາຍງານຕິດຕາມສະພາບເສດຖະກິດສະບັບນີ້ ມີພາກສະເພາະທີ່ລົງເລິກໃນຫົວຂໍ້: ການສົ່ງອອກເພື່ອສ້າງວຽກເຮັດງານທຳ, ເຊິ່ງໄດ້ຊີ້ ໃຫ້ຮູ້ວ່າ ຕະຫຼາດແຮງງານໃນລາວຍັງມີລັກສະນະນອກລະບົບສູງ, ຍັງອາໃສ ວຽກງານໃນພາກລັດ ແລະ ຂະແໜງກະສິກຳຊຶ່ງມີຈຳນວນແຮງງານຫຼວງຫຼາຍທີ່ມີວຽກເຮັດຕາມລະດູການໃນແຕ່ລະໄລຍະ. ການຂາດເຂີນວຽກງານ ທີ່ມີຄຸນນະພາບສູງຢູ່ໃນປະເທດ ກໍໝາຍຄວາມວ່າການຂະຫຍາຍຕົວດ້ານເສດຖະກິດໃນໄລຍະຜ່ານມານັ້ນ ບໍ່ໄດ້ຊ່ວຍຫລຸດຜ່ອນຄວາມທຸກຍາກເທົ່າທີ່ຄວນ ໃນຂະນະທີ່ຄວາມບໍ່ສະເໝີພາບໄດ້ເພີ່ມສູງຂຶ້ນ. ພາກນີ້ໄດ້ໃຫ້ຄຳແນະນຳກ່ຽວກັບວິທີການຊຸກຍູ້ສົ່ງເສີມ ການສົ່ງອອກໃນຂະແໜງປຸງແຕ່ງ, ກະສິກຳທີ່ເປັນສິນຄ້າ ແລະ ການບໍລິການ ເພື່ອແນໃສ່ເພີ່ມລາຍຮັບ, ຍົກສູງຜະລິດຕະພາບ ແລະ ສ້າງວຽກເຮັດງານທຳ.