spot_img
Homeຂ່າວຕ່າງປະເທດElon Musk ຍົກເລີກການແບນບັນຊີ Twitter ຂອງ Donald Trump

Elon Musk ຍົກເລີກການແບນບັນຊີ Twitter ຂອງ Donald Trump

Published on

ພາຍຫຼັງອະດີດປະທານາທິບໍດີອາເມຣິກາ ໂດນັນ ທຣັມ ເຄີຍຖືກ Twitter ບລັອກການໃຊ້ບັນຊີຂອງລາວເອງໃນປີກາຍນີ້ ຫຼ້າສຸດ ອີລອນ ມາສ ທີ່ເປັນເຈຝົາຂອງ Twitter ຄົນໃໝ່ໄດ້ມາຊ່ວຍປົດການແບນໃຫ້ ໂດນັນ ທຣັມ ແລ້ວ.

ອ້າງອີງຈາກບັນຊີ Twitter ຂອງ ອີລອນ ມາສ ໄດ້ອອກມາໂພສຖາມເຖິງຜູ້ໃຊ້ Twitter ວ່າຈະປົດແບນບັນຊີຂອງ ທຣັມ ຫຼືບໍ່ ມາໃນວັນທີ 19 ພະຈິກ ທີ່ຜ່ານມາ ຈາກຜົນໂວດທີ່ສູງເຖິງ 15 ລ້ານບັນຊີ ຜົນຈຶ່ງອອກມາວ່າ “ແມ່ນ” 51,8% ທີ່ຕົກລົງໃຫ້ປົດການແບນຂອງບັນຊີ ທຣັມ.

ສາເຫດທີ່ ທຣັມ ໄດ້ຖືກແບນ  Twitter ໄດ້ອອກມາໃຫ້ເຫດຜົນວ່າ ບັນຊີຂອງທຣັມ ໄດ້ຍຸຍົງປຸກໃຫ້ຄົນເຂົ້າໄປບຸກຮຸກ Capitol ໃນວັນທີ 6 ມັງກອນ 2021 ພາຍຫຼັງທີ່ລາວໄດ້ເສຍໃຫ້ກັບການເລືອກຕັ້ງປະທານາທິບໍດີອາເມຣິກາຄັ້ງຫຼ້າສຸດນີ້.

ນອກນີ້ ທຣັມ ຍັງໄດ້ກ່າວວ່າ ລາວຈະກຽມສະມັກລົງເລືອກຕັ້ງປະທານາທິບໍດີອາເມຣິກາໃນຄັ້ງຖັດໄປ.

ແຫຼ່ງຂ່າວຈາກ BBC

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...