spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງຊ້ອນ ຈັບຕົວຜູ້ຄ້າຢາບ້າ ພ້ອມຂອງກາງເກືອບ 4 ພັນເມັດ!

ປກສ ເມືອງຊ້ອນ ຈັບຕົວຜູ້ຄ້າຢາບ້າ ພ້ອມຂອງກາງເກືອບ 4 ພັນເມັດ!

Published on

yaba

 

ເມື່ອບໍ່ດົນມານີ້ ປກສ ເມືອງຊ້ອນ ແຂວງຫົວພັນ ໄດ້ຈັບຕົວທ້າວ ຈົວທໍ່ ອາຍຸ 16 ປີຢູ່ບ້ານນ້ຳຖ້ວມ ເມືອງນ້ຳບາກ

ແຂວງ ຫລວງພະບາງ ໃນຂໍ້ຫາຄ້າຢາເສບຕິດ, ພ້ອມຂອງກາງຢາບ້າ 3.969 ເມັດ ຊຸກເຊື່ອງໄວ້ຢູ່ກ້ອງເບາະລົດຈັກ

ເວບໝາຍເລກທະບຽນ ຈດ 2640 ຫລວງພະບາງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມ ລະບຽບ

ກົດໝາຍ.

 

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ຈົວທໍ່ ຮັບສາລະພາບວ່າ: ຢາບ້າທັງໝົດເປັນຂອງຕົນແທ້,

ເຊິ່ງໄດ້ຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ແຂວງບໍ່ແກ້ວ ເພື່ອຈະເອົາໄປຈຳໜ່າຍໃຫ້ລູກຄ້າຢູ່ ແຂວງຫົວພັນ,

ແຕ່ພໍຂີ່ລົດມາຮອດເສັ້ນທາງເຂດເມືອງຊ້ອນ ຈຶ່ງມີເຈົ້າໜ້າທີ່ຕັ້ງດ່ານກວດລົດ ແລະ ພົບເຫັນຢາບ້າຈຳນວນ ດັ່ງ

ກ່າວຈຶ່ງຖືກຈັບຕົວມາດຳເນີນຄະດີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...