spot_img
Homeຂ່າວພາຍ​ໃນລັດຖະບານຕ້ອງການທຶນ 320 ກວ່າຕື້ກີບ ເພື່ອສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

ລັດຖະບານຕ້ອງການທຶນ 320 ກວ່າຕື້ກີບ ເພື່ອສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

Published on

ກອງປະຊຸມລະດົມທຶນ ຄັ້ງທີ 3 ສໍາລັບການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ໃນປີ 2025 ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ມາລຽມ ເອ ຄານ ຜູ້ຕາງຫນ້າອົງການ UNFPA ປະຈໍາ ສປປ ລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອລາຍງານຄວາມຄືບໜ້າໃນການກະກຽມການສໍາຫຼວດພົນລະເມືອງ ແລະ ນໍາສະເໜີກ່ຽວກັບວິທີການປະຕິບັດ ແລະ ການນໍາໃຊ້ເຄື່ອງມືເຕັກໂນໂລຊີເຂົ້າໃນການສໍາຫຼວດຄັ້ງນີ້ ແລະ ເພື່ອປຶກສາຫາລືກັບບັນດາຄູ່ຮ່ວມພັດທະນາກ່ຽວກັບຄວາມເປັນໄປໄດ້ໃນການປະກອບສ່ວນທາງດ້ານງົບປະມານ ແລະ ວິຊາການ ມາຮອດປັດຈຸບັນ ສປປ ລາວ ຍັງມີຄວາມຕ້ອງການທຶນຮອນເພື່ອປະກອບສ່ວນເຂົ້າໃຫ້ການຈັດຕັ້ງປະຕິບັດການສໍາຫຼວດຄັ້ງນີ້ໃຫ້ສໍາເລັດຕາມວັດຖຸປະສົງ ແລະ ລະດັບຄາດຫມາຍທີ່ກໍານົດໄວ້.

ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນການສໍາຫຼວດໃຫຍ່ລະດັບຊາດໃນທຸກໆ 10 ປີ ເປົ້າໝາຍຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V 2025 ແມ່ນຈົດນັບທຸກຄົນທີ່ດໍາລົງຊີວິດຢູ່ ສປປ ລາວ ແລະ ມີຫນ້າຢູ່ ເປັນປະຈໍາ 6 ເດືອນຂຶ້ນໄປ (De Jure) ແລະ ເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຂອງບຸກຄົນ ແລະ ຄົວເຮືອນໃຫ້ຄົບຖ້ວນ ຖືກຕ້ອງ ແລະ ຊັດເຈນ.

ທີ່ຜ່ານມາເຄີຍສໍາຫຼວດ 4 ຄັ້ງ:

ຄັ້ງທີ I ໃນປີ 1985

ຄັ້ງທີ II ໃນປີ 1995

ຄັ້ງທີ III ໃນປີ 2005

ຄັ້ງທີ IV ປີ 2015

ທັ້ງນີ້ ກໍເພື່ອສະໜອງຂໍ້ມູນທີ່ສໍາຄັນກ່ຽວກັບການຂະຫຍາຍຕົວຂອງພົນລະເມືອງ ຄຸນລັກສະນະຂອງພົນລະເມືອງ ໂຄງປະກອບທາງດ້ານເພດ ໝວດອາຍຸ ສະພາບການເກີດ ການເສຍຊີວິດ ການຍົກຍ້າຍ ຄຸນລັກສະນະຂອງທີ່ຢູ່ອາໄສ ການປະກອບອາຊີບ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.

ຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນໄລຍະຜ່ານມາ ເຫັນວ່າຕະຫຼອດໄລຍະ 3 ທົດສະວັດຜ່ານມາ ອັດຕາການເພີ່ມຂຶ້ນຂອງພົນລະເມືອງແມ່ນມີທ່າອ່ຽງທີ່ຫຼຸດລົງ ໃນໄລຍະແຕ່ປີ 1985-1995 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ ແຕ່ໃນ ທົດສະວັດຕໍ່ມາ ໃນໄລຍະປີ 1995-2005 ເຫັນວ່າ ອັດຕາການເພີ່ມຂຶ້ນຂອງພົນລະເມືອງຫຼຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາການເພີ່ມຂຶ້ນຂອງພົນລະເມືອງ ຫຼຸດລົງມາເປັນ 1,45% ຕໍ່ປີ.

ແຫຼ່ງຂ່າວຈາກ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...